BEIJING FOREIGN

STUDIES UNIVERSITY

ສະຖາບັນສະຖາບັນສິລະປະ

发布时间:2019-05-07

ສະຖາບັນສິລະປະໄດ້ຮັບສ້າງຂຶ້ນໃນປີ 2011, ແມ່ນອົງການການສິດສອນ-ຄົ້ນຄວ້າລະດັບສູງໃນດ້ານວິຊາຄົ້ນຄວ້າສັງເຄາະຕໍ່ສິລະປະຊົນເຜົ່າ, ເພື່ອສົ່ງເສີມການພັດທະນາຂອງສິລະປະຊົນເຜົ່າ, ສະແດງຄວາມດີເດັ່ນຂອງສິລະປະຊົນເຜົ່າ, ຊຸກຍູ້ການເຜີຍແຜ່ຂອງວັດທະນະທຳຈີນອັນເປັນມູນເຊື້ອໄປສູ່ໂລກພາຍນອກໃຫ້ຮັບຮູ້.ສະຖາບັນວິຊາຖືເອົາ “ພາຍນອກ, ສະເພາະ, ແນ່ນອນ” ເປັນແນວຄິດໃນການສ້າງຕັ້ງການສຶກສາ, ເລີ່ມຈາກທ່າແຮງດ້ານພາສາຂອງມະຫາວິທະຍາໄລເຮົາ ເພື່ອເຜີຍແຜ່ສິລະປະຂອງຊົນເຜົ່າຂອງຈີນໄປສູ່ທົ່ວໂລກ,  ອົບຮົມອາຈານ-ນັກສຶກສາຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ, ນັກສຶກສາແລກປ່ຽນຕ່າງປະເທດ,  ພະນັກງານທີ່ເຮັດວຽກກ່ຽວກັບວຽກງານຕ່າງປະເທດ ແລະ ອາສາສະໝັກຂອງສະຖາບັນຂົງຈື້, ເຮັດໃຫ້ພວກເຂົາເຈົ້າເຂົ້າໃຈທິດສະດີພື້ນຖານ ແລະ ຄວາມສາມາດພື້ນຖານຂອງງິ້ວຈີນ(ໂດຍສະເພາະແມ່ນງິ້ວປັກກິ່ງ) ແລະ ສິລະປະຊົນເຜົ່າອື່ນໆ, ເຊິ່ງເຮັດໃຫ້ມີບັນຍາກາດທີ່ເຕັມໄປດ້ວຍສິລະປະໃນມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ສິລະປະຊົນເຜົ່າຈີນມີຄວາມໝາຍອັນເລິກເຊິ່ງ, ມີຂົງເຂດການຄົ້ນຄວ້າກວ້າງຂວາງອັນສົມຄວນ, ວິທີການຄົ້ນຄວ້າມີລັກສະນະພິເສດ, ພ້ອມກັນນັ້ນ ຍັງຕ້ອງມີຄວາມຮູ້ພື້ນຖານວັດທະນະທຳອັນເລິກເຊິ່ງ ແລະ ປະສົບຜົນອັນຂາດບໍ່ໄດ້. ສະຖາບັນສິລະປະຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງຈັດເອົາລັກສະນະສິລະປະຊົນເຜົ່າ ເພື່ອສົ່ງເສີມທ່າແຮງຕົນເອງຂອງສິລະປະຊົນເຜົ່າໃຫ້ໃຫຍ່ເທົ່າທີ່ຈະໃຫຍ່ໄດ້ດ້ວຍທ່າທີ່ອັນເຂັ້ມງວດດ້ານວິທະຍາ, ຈາກດ້ານການສິດສອນ, ການຄົ້ນຄວ້າ ແລະ ການເຜີຍແຜ່ເຊິ່ງຮັກສາລັກສະນະສິລະປະຊົນເຜົ່າ ແລະ ຈັດຕັ້ງລະບົບວິຊາແບບໃໝ່ໃນການພັດທະນາຂອງສິລະປະຊົນເຜົ່າ.

ສະຖາບັນສິລະປະແມ່ນຫົວໜ່ວຍທີ່ສາມາດມອບໃບປະກາດປະລິນຍາໂທ, ປັດຈຸບັນມີ ນັກສຶກສາປະລິນຍາໂທ 9 ຄົນ. ທິດທາງການສິດສອນ ແລະ ການຄົ້ນຄວ້າແມ່ນການເຜີຍແຜ່ສູ່ຳໂລກພາຍນອກຂອງງິ້ວມູນເຊື້ອຈີນ. ການຈັດຕັ້ງຫຼັກສູດແມ່ນ: ວິທະຍາສາດການເຜີຍແຜ່ສິລະປະ, ປະຫວັດສາດງິ້ວຈີນ ແລະ ງິ້ວຕ່າງປະເທດ,  ວິທະຍາສາດຄວາມງາມຂອງສິລະປະວັນນະຄະດີ, ການແນະນຳສິລະປະ, ທິດສະດີວັນນະຄະດີຂອງຝ່າຍຕາເວັນຕົກ, ພື້ນຖານການສະແດງ ແລະຫຼັກສູດອື່ນໆ.

ການສິດສອນຂອງສະຖາບັນສິລະປະເນັ້ນໜັກການປະສົມກັນລະຫວ່າງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ການປະສົມກັນລະຫວ່າງການສຶກສາສິລະປະສະເພາະ ກັບການສຶກສາສິລະປະທົ່ວໄປ. ເອົາການປະຕິບັດຕົວຈິງຂອງສິລະປະ ແລະ ການຄົ້ນຄວ້າຕໍ່ທິດສະດີສິລະປະໃສ່ໃນການສິດສອນ-ຄົ້ນຄວ້າ ເພື່ອເປັນຮູບແບບການສິດສອນທີ່ທັງການປະຕິບັດຕົວຈິງຄຽງຄູ່ທິດສະດີ.​ ພ້ອມກັນນັ້ນ, ນັກສຶກສາຂອງສະຖາບັນສິລະປະຍັງຕັ້ງໜ້າເຂົ້າຮ່ວມວຽກງານການແປໃນໂຄງການ“ແປ 100​ ງິ້ວປັກກິ່ງທີ່ເປັນແບບຢ່າງເປັນພາສາອັງກິດຢ່າງເປັນຂະບວນ”. ການທີ່ວ່າຊອກຫາໃນການປະຕິບັດຕົວຈິງ, ປະຕິບັດໃນການຮຽນນັ້ນ ເຮັດໃຫ້ນັກສຶກສາມີຄວາມເຂົ້າໃຈອັນເລິກເຊິ່ງຕໍ່ສິລະປະງິ້ວຈີນ. ລະດັບການແປ ແລະ ລະດັບສິລະປະຂອງເຂົາເຈົ້າໄດ້ຮັບຄວາມເຫັນດີຈາກຊ່ຽວຊານ ແລະ ຜູ້ທີ່ເຮັດວຽກໃນຂົງເຂດອັນດຽວກັນ.

ປັດຈຸບັນສະຖາບັນສິລະປະມີຄູອາຈານ ແລະ ພະນັກງານ 4 ຄົນ, ຊ່ຽວຊານຫຼື ສາດສະດາຈານຮັບເຊີນຈາກຂ້າງນອກ 12 ຄົນ,​ ມີອາຈານ 14 ຄົນ. ໃນນັ້ນມີສາດສະດາຈານ 6 ຄົນ,​ ຮອງສາດສະດາຈານ 2​ ຄົນ,ປະລິນຍາເອກ 8 ຄົນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC