BEIJING FOREIGN

STUDIES UNIVERSITY

ພາກວິຊາພະແນກພາສາແອັດສະປາຍ ແລະໂປຕຸເກດ

发布时间:2019-05-07

ພາກວິຊາພາສາແອັດສະປາຍຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຮັບການສ້າງຂຶ້ນເມື່ອປີ 1952, ແລະ ພາກວິຊາໂປຕຸເກດເລີ່ມເປີດສອນພາສາໃນປີ 1961, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງຈຶ່ງເປັນອົງການສຶກສາທຳອິດທີ່ເປີດສອນສອງພາສາດັ່ງກ່າວ. ຕະຫຼອດໄລຍະ 60 ປີທີ່ຜ່ານມານີ້, ພາກວິຊາພາສາແອັດສະປາຍ ແລະໂປຕຸເກດໄດ້ປະກອບສ່ວນອັນສຳຄັນເຂົ້າໃນການແລກປ່ຽນການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະ ທຳລະຫວ່າງຈີນກັບບັນດາປະເທດທີ່ເວົ້າພາສາແອັດສະປາຍ ແລະ ພາສາໂປຕຸເກດ.

ໃນປີ 1979, ພາກວິຊາພາສາແອັດສະປາຍໄດ້ຮັບການອະນຸຍາດມອບລະດັບການສຶກສາປະລິນຍາໂທ, ເປັນພາກວິຊາພາສາແອັດສະປາຍທຳອິດໃນຈີນທີ່ມີສິດມອບປະລິນຍາໂທ. ໃນປີ1996, ພາກວິຊາພາສາແອັດສະປາຍມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງກໍເປັນພາກວິຊາພາສາແອັດສະປາຍທຳອິດໃນຈີນທີ່ໄດ້ຮັບອະນຸຍາດມອບລະດັບການສຶກສາປະລິນຍາເອກ. ໃນປີ 2010. ພາກວິຊາພາສາແອັດສະປາຍໄດ້ຮອງຮັບເປັນພາກວິຊາສຳຄັນດີເດັ່ນຂອງນະຄອນຫຼວງປັກກິ່ງ.

ເປົ້າໝາຍການສຶກສາຂອງພາກວິຊາພາສາແອັດສະປາຍແມ່ນສອນນັກສຶກສາໃຫ້ເປັນບຸກຄົນດີເດັ່ນຮອບດ້ານລະດັບສູງ, ສາມາດເຮັດວຽກດ້ານການຕ່າງປະເທດ, ການຄ້າຕ່າງປະເທດ, ການສຶກສາ, ວັດທະນະທຳ, ເຕັກນິກວິທະຍາສາດ, ແລະ ການຖະແຫຼງຂ່າວໄດ້. ປັດຈຸບັນນີ້, ພາກວິຊາພາສາແອັດສະປາຍມີອາຈານທັງໝົດ 25 ຄົນ, ໃນນັ້ນສາດສະດາຈານ 4 ຄົນ, ຮອງສາດສະດາຈານ 5 ຄົນ, ແລະ ໄດ້ເຊີນອາຈານຄົນຕ່າງປະເທດ 2 ຄົນມາສອນທຸກໆປີ. ພາກວິຊາພາສາໂປຕຸເກດມີອາຈານທັງໝົດ 8 ຄົນ, ໃນນັ້ນ, ອາຈານຄົນຈີນ 6 ຄົນ, ຜູ້ຊ່ຽວຊານຕ່າງປະເທດ 2 ຄົນ.

ໃນພາກວິຊາພາສາແອັດສະປາຍ, ຫຼັກສູດປະລິນຍາຕີດຳເນີນເປັນເວລາ 4 ປີ, ຫຼັກສູດປະລິນຍາໂທເປັນເວລາ 3 ປີ, ແລະ ມີຂົງເຂດການສຶກສາພາສາສາດ, ວັນນະຄະດີ, ການແປ ແລະ ການຄົ້ນຄວ້າບັນດາປະເທດທີ່ໃຊ້ພາສາແອັດສະປາຍ. ຫຼັກສູດປະລິນຍາເອກເປັນເວລາ 3 ຫາ 4 ປີ, ມີຂົງເຂດການສຶກສາວັນນະຄະດີອາເມລິກາລາຕິນ, ແລະ ການແປສົດ. ໃນພາກວິຊາພາສາໂປຕຸເກດ, ຫຼັກສູດປະລິນຍາຕີເປັນເວລາ 4 ປີ, ໃນນັ້ນ, 2 ປີຕົ້ນ ແລະ ປີສຸດທ້າຍ, ນັກສຶກສາຈະຮຽນຢູ່ຈີນ, ປີທີ 3 ຈະໄປຮຽນຢູ່ຕ່າງປະເທດ, ຫຼັກສູດປະລິນຍາໂທເປັນເວລາ 3 ປີ, ມີຂົງເຂດການສຶກສາ 2 ຂົງເຂດຄື: ການແປພາສາ ແລະ ນະໂຍບາຍຕ່າງປະເທດຂອງປະເທດເບຣຊິນ ແລະ ສາຍພົວພັນຈີນ-ເບຣຊິນ.

ພະແນກພາສາແອັດສະປາຍ ແລະ ໂປຕຸເກດໄດ້ເປັນອົງການນຳໜ້າໃນການສອນ ແລະ ການສຶກສາຄົ້ນຄວ້າ. ພາກວິຊາພາສາແອັດສະປາຍ,ມີນັກສຶກສາທັງໝົດປະມານ 2500 ຄົນ, ໃນນັ້ນປະລິນຍາຕີ 2200 ກວ່າຄົນ, ປະລິນຍາໂທ 150 ກວ່າຄົນ, ປະລິນຍາເອກ 12 ຄົນ. ພາກວິຊາພາສາໂປຕຸເກດໄດ້ກໍ່ສ້າງຊັບພະຍາກອນມະນຸດດ້ານພາສາໂປຕຸເກດມາແລ້ວ 500 ກວ່າຄົນ, ໃນນັ້ນ, ຫຼາຍຄົນໄດ້ເປັນນັກການທູດຂັ້ນສູງ, ນາຍພາສາ, ສາດສະຕະຈານ ແລະ ນັກຂ່າວ.

ພະແນກພາສາແອັດສະປາຍ ແລະ ໂປຕຸເກດໄດ້ໃຫ້ຄວາມສຳຄັນແກ່ການຮ່ວມມືກັບບັນດາມະຫາວິທະຍາໄລດີເດັ່ນຂອງປະເທດຕ່າງໆທີ່ໃຊ້ພາສາແອັດສະປາຍ ແລະ ໂປຕຸເກດ, ໄດ້ເຊັນສັນຍາຮ່ວມມືຂັ້ນມະຫາວິທະຍາໄລທີ່ຖືການແລກປ່ຽນອາຈານ ແລະ ນັກສຶກສາ ເປັນເນື້ອໃນຕົ້ນຕໍ, ຈຶ່ງມີນັກສຶກສາຈຳນວນຫຼວງຫຼາຍໄປຮຽນຢູ່ຕ່າງປະເທດທຸກປີ. ພະແນກພາສາແອັດສະປາຍ ແລະ ໂປຕຸເກດຍັງໄດ້ສ້າງສູນຄົ້ນຄວ້າປະເທດເມັກຊິໂກຮ່ວມກັບມະຫາວິທະຍາໄລປົກຄອງຕົນເອງແຫ່ງຊາດເມັກຊິໂກ(National Autonomous University of Mexico), ເພື່ອດຳເນີນກິດຈະການແລກປ່ຽນທາງດ້ານການສຶກສາ ແລະ ການເຜີຍແຜ່ວັດທະນະທຳ. ນອກຈາກນີ້ແລ້ວ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເປັນຕົວແທນຝ່າຍປະເທດຈີນ ໄດ້ຮ່ວມກັບ ມະຫາວິທະຍາໄລລິສບອນ(Lisbon) ຕົວແທນປະເທດໂປຕຸເກດ ເພື່ອສ້າງຕັ້ງໜ່ວຍງານການຮ່ວມມືສຳລັບການແລກປ່ຽນທາງດ້ານວັດທະນະທຳ ແລະ ພາສາ ລະຫວ່າງຈີນ ກັບ ໂປຕຸເກດ, ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການສອນພາສາຈີນ ແລະ ພາສາໂປຕຸເກດ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC