BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນອາຊີອາຟຣິຝຣິຟຼີກກາ

发布时间:2019-05-07

ຄະນະອາຊີອາຟຼີກາ(ຊື່ເດີມເອີ້ນວ່າພະແນກອາຊີອາຟຼີກາ)ຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງສ້າງຕັ້ງຂຶ້ນເມື່ອປີ 1961. ມາຮອດປັດຈຸບັນ, ຄະນະອາຊີອາຟຼີກາໄດ້ເປີດສາຂາວິຊາສະເພາະປະລິນຍາຕີຈໍານວນ 16 ພາສາ, ຫຼັກສູດພາສາຕ່າງປະເທດຈໍານວນ 17 ພາສາ, ຍອດຈໍານວນພາສາອາຊີອາຟຼີກາທີ່ເປີດການສຶກສາ ມີເຖິງ 33 ພາສາ, ເຊິ່ງເປັນຄະນະວິຊາ ຫຼື ພະແນກທີ່ໄດ້ເປີດຈໍານວນພາສາອາຊີອາຟຼີກາຫຼາຍທີ່ສຸດ ແລະມີປະຫວັດສາດດົນນານທີ່ສຸດຢູ່ໃນບັນດາມະຫາວິທະຍາໄລ ຫຼື ສະຖາບັນພາສາຕ່່າງປະເທດໃນທົ່ວປະເທດຈີນ. ຄະນະວິຊາໄດ້ສ້າງຕັ້ງສູນຄົ້ນຄວ້າຫຼາຍແຫ່ງຄື: ສູນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້, ສູນຄົ້ນຄວ້າອາຊີໃຕ້, ສູນຄົ້ນຄວ້າອາຊີຕາເວັນຕົກ ແລະ ອາຟຼີກາ, ສູນຄົ້ນຄວ້າ ສ.ເກົາຫຼີ – ສປປ ເກົາຫຼີ, ສູນຄົ້ນຄວ້າສີລັງກາ, ສູນຄົ້ນຄວ້າອິນໂດເນເຊຍ ແລະສູນຄົ້ນຄວ້າອີຣານ. ນອກນີ້, ຄະນະອາຊີອາຟຼີກາຍັງໄດ້ພິມຈໍາໜ່າຍສິ່ງພິມວິຊາການທີ່ຊື່ວ່າ“ການຄົ້ນຄວ້າອາຊີອາຟຼີກາ”ຢ່າງເປັນປະຈໍາ.

ປັດຈຸບັນ, ຄະນະອາຊີອາຟຼີກາມີຄູອາຈານຈໍານວນ 50 ຄົນ, ໃນນັ້ນມີສາສະດາຈານ ແລະ ຮອງສາສະດາຈານ 20 ຄົນ, ມີຄູອາຈານປະລິນຍາເອກ 21 ຄົນ, ແຕ່ລະປີເຊີນຜູ້ຊ່ຽວຊານຕ່າງປະເທດ 10 ກວ່າຄົນມາປະຕິບັດວຽກງານການສຶກສາຢູ່ທີ່ຄະນະວິຊາ ພ້ອມທັງເຊື້ອເຊີນນັກວິຊາການ ແລະຜູ້ຊ່ຽວຊານຕ່າງປະເທດທີ່ມີຊື່ສຽງຫຼາຍທ່ານມາເປັນສາສະດາຈານກິດຕິມະສັກຂອງຄະນະອາຊີອາຟຼີກາ. ປັດຈຸບັນ, ມີນັກສຶກສາ 3 ລະດັບຄື:ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກລວມປະມານ 500 ຄົນ. ຄະນະວິຊາບໍ່ພຽງແຕ່ໄດ້ບໍາລຸງກໍ່ສ້າງເຕັກນິກດ້ານພາສາຂອງນັກສຶກສາເທົ່ານັ້ນ, ແຕ່ຍັງໄດ້ດໍາເນີນການສຶກສາອົບຮົມດ້ວຍຫຼາຍຮູບການ,ເຊັ່ນ,ການດໍາເນີນການສຶກສາຄວາມຮູ້ສາມັນ, ການສ້າງຫຼັກສູດກ່ຽວກັບປະເທດ ແລະ ເຂດແຄວ້ນຕ່າງໆ, ການສ້າງສູນການສຶກສາແບບປະຕິບັດຕົວຈິງຈີນ-ອາຊີອາຝຣິກກາ. ໃນ 50 ກວ່າປີທີ່ຜ່ານມາ, ຄະນະວິຊາໄດ້ບໍາລຸງສ້າງບຸກຄະລາກອນພາສາຕ່າງປະເທດຈໍານວນຫຼວງຫຼາຍທີ່ມີພື້ນຖານ ດ້ານພາສາຕ່າງປະເທດທີ່​ໜັກ​ແໜ້ນ, ມີຄວາມຮູ້ອັນກວ້າງຂວາງ, ມີຄຸນສົມບັດສັງ​ລວມທີ່ດີ, ຮັບຮູ້ຫຼາຍພາສາ ແລະ ມີຄວາມຮູ້ຄວາມສາມາດຫຼາຍຢ່າງໃຫ້ແກ່ປະເທດຊາດ.

ເປົ້າໝາຍຂອງການກໍ່ສ້າງຄະນະອາຊີອາຟຼີກາກໍ່ຄື: ເພື່ອມີຊັບພະຍາກອນດ້ານການສຶກສາ ແລະ ການຄົ້ນຄວ້າຢ່າງສົມບູນ, ສ້າງຕັ້ງລະບົບການສຶກສາລະດັບປະລິນຍາຕີ ແລະປະລິນຍາໂທຢ່າງຄົບຖ້ວນ, ບຳລຸງ​ສ້າງບຸກຄະລາກອນທີ່ຮັບຮູ້ຫຼາຍພາສາ, ມີຄວາມສາມາດຫຼາຍຢ່າງ ແລະມີຄຸນນະທໍາສູງໃຫ້ແກ່ປະເທດຊາດ, ກາຍເປັນສູນການອົບຮົມບຸກຄະລາກອນພາສາຕ່າງປະເທດທີ່ມີລະດັບສູງສຸດຢູ່ໃນປະເທດຈີນ; ພ້ອມກັນນັ້ນ, ປະສານສົມທົບກັບຍຸດທະສາດການພົວພັນກັບຕ່າງປະເທດຂອງຈີນຢ່າງຕັ້ງໜ້າ, ສ້າງຂົງເຂດການຄົ້ນຄວ້າວິຊາການທີ່ກວມເອົາ 6 ພາກພື້ນໃຫຍ່ຄື: ອາຊີຕາເວັນອອກ, ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້,ອາຊີຕາເວັນຕົກ, ອາຟຼິກາຕາເວັນອອກ ແລະ ອາຟຼິກາຕາເວັນຕົກ, ​ໂດຍກວມ​ລວມ 26 ປະເທດ, ກ່ຽວ​ພັນ​ເຖິງວັນນະຄະດີ ແລະວິທະຍາສາດສັງຄົມແບບດັ້ງເດີມປະເພດອື່ນໆ ກໍ່ຄືການຄົ້ນຄວ້າປະເທດ ແລະ ເຂດແຄວ້ນຕ່າງໆ, ປະສົບຜົນສໍາເລັດການຄົ້ນຄວ້າທີ່ມີີລະດັບສູງຢ່າງບໍ່ຢຸດຢັ້ງ, ຕອບສະໜອງຕາມຄວາມຕ້ອງການຂອງພາລະກິດການກໍ່ສ້າງບຸກຄະລາກອນດ້ານພາສາຕ່າງປະເທດ ກໍ່ຄືຂອງສັງຄົມ, ກາຍເປັນສູນການຄົ້ນຄວ້າທີ່ສໍາຄັນດ້ານປະເທດ ແລະເຂດແຄວ້ນຕ່າງໆຂອງອາຊີອາຟຼິກາ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC