BEIJING FOREIGN

STUDIES UNIVERSITY

ສະຖາບັນຄະນະຖະແຫຼງຂ່າວ ແລະ ການສື່ສານມວນຊົນເຜີຍແຜ່ ສາກົນ

发布时间:2019-05-07

ຄະນະຖະແຫຼງຂ່າວ ແລະ ການສື່ສານສາກົນ ( ຕໍ່ໄປເອີ້ນຫຍໍ້ວ່າ ສະຖາບັນ ຖສ) ຂອງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແມ່ນສ້າງຕັ້ງໃນປີ 2014, ເຊິ່ງແຕ່ກ່ອນແມ່ນພາກວິຊາຖະແຫຼງຂ່າວ ແລະ ການສືສານສາກົນ ຂອງ ຄະນະພາສາອັງກິດ ທີ່ສ້າງຕັ້ງຂຶ້ນໃນປີ 2003.

ຊື່ອັງກິດຂອງສະຖາບັນ ຖສ ແມ່ນ “School of International Journalism and Communication” ແລະ ເອີ້ນຫຍໍ້ວ່າ“SIJC” ເຊິ່ງມີ່ຄວາມໝາຍ ຄຸ້ມຄອງຕົນເອງ ( Self-discipline ), ເອກະລາດ ( Independence ), ທ່ຽງ​ທຳ ( Justice ) ແລະ ການຮ່ວມມື ( Cooperation ) ເຊິ່ງໄດ້ກາຍເປັນ ຄະຕິພົດຂອງສະຖາບັນ ຖສ.

ສະຖາບັນນຳໃຊ້ລະບົບການສຶກສາຮູບແບບ​ໃຫມ່ ເຊິ່ງ​ໄດ້ປະສົມປະສານວິຊາ​ພາສາ​ແລະ​ວັນນະຄະດີ​ພາສາຕ່າງປະເທດ, ຖະແຫຼງຂ່າວ ແລະ ການສື່ສານ, ແນໃສ່ ບຳລຸງສ້າງບຸກຄະລາກອນວິຊາຖະແຫຼງຂ່າວ ແລະ ການສື່ສານທີ່​ມີ​ຄວາມ​ສາມາດ​ຫຼາຍ​ດ້ານ ແລະ ຫຼາຍພາສາ ທີ່ສັງຄົມຕ້ອງການຫຼາຍທີ່ສຸດໃນປະຈຸບັນ. ພວກເຂົາເຈົ້າມີພື້ນຖານພາສາອັງກິດທີ່​ໜັກ​ແໜ້ນ ແລະ ຮູ້ພາສາຕ່າງປະເທດອີກ​ໜຶ່ງ ພາສາທີ່ບໍ່ແມ່ນພາສາອັງກິດ, ມີຄວາມເຂັ້ມແຂງດ້ານວິຊາສະເພາະ, ມີຄຸນ​ສົມບັດ​ແລະ​ຄວາມ​ສາມາດ​ສັງ​ລວມ,ສະ​ແດງ​ໃຫ້​ເຫັນ​ທ່າ​ທາງ​ຈິດ​ໃຈ​ທີ່​ດີງາມ.

ປະຈຸບັນ ຄະນະ ຖສ ມີອາຈານສິດສອນ 13 ທ່ານ, ເຊິ່ງໃນນັ້ນມີສາສະດາຈານຈໍານວນ 04 ທ່ານ, ຮອງສາສະດາຈານຈໍານວນ 02 ທ່ານ, ແລະ ປະລິນຍາເອກມີຈໍານວນ 12 ທ່ານ. ພ້ອມດຽວກັນນັ້ນ ຄະນະວິຊາຍັງໄດ້ເຊື້ອເຊີນ ຊ່ຽວຊານແລະ ນັກຂ່າວທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດມາສິດສອນຫຼື ເປັນສາສະດາຈານຮັບເຊີນ. ປະຈຸບັນມີຄະນະບໍດີຕ່າງປະເທດຈໍານວນ 01 ທ່ານ.

ປະຈຸບັນຄະນະຖສ ມີນັກສຶກສາປະລິນຍາຕີປະມານ 200 ຄົນ, ປະລິນຍາໂທປະມານ 60 ຄົນ ແລະ ຈະຮັບສະໝັກນັກສຶກສາປະລິນຍາເອກໃນປີ 2016.

ຄະນະວິຊາສະມາດມອບໃບປະກາສະນີຍະບັດໃນລະດັບປະລິນຍາຕີ ,ໂທ ແລະ ເອກໄດ້. ໃນຄະນະ ຖສ ມີ ສາຂາຖະແຫຼງຂ່າວ(ທິດທາງດ້ານຂ່າວສານສາກົນ) ແລະ ສາຂາການສື່ສານດ້ານຍຸດທະສາດ,ເຊິ່ງເປັນສອງສາຂາລະດັບປະລິນຍາຕີ;ສາຂາຖະແຫຼງຂ່າວ (ທິດທາງດ້ານຂ່າວສານສາກົນ) ແລະ ສາຂາການສື່ສານ (ທິດທາງດ້ານສື່ສານສາກົນ) ເຊິ່ງເປັນສາຂາລະດັບປະລິນຍາໂທ; ສາຂາສື່ສານຂ້າມ​ວັດທະນະທຳ,ສາຂາຂ່າວ ສາກົນດ້ວຍ​ສື່ຮອບດ້ານ, ການສື່ສານດ້ານຍຸດທະສາດ, ສາຂາສື່ສານດ້ວຍພາສາແມ່ຂອງ​ຜູ້​ຊົມ. ເຊິ່ງ​ເປັນ04ສາຂາຂອງ​ວິຊາປະລິນຍາເອກ.

ຄະນະ ຖສ ມີ 03 ສູນຄົ້ນຄວ້າ ແລະ 01ສະຖາບັນຄົ້ນຄ້ວາ, ຄື: ສູນຄົ້ນຄວ້າຖະແຫຼງຂ່າວສາກົນ ສູນຄົ້ນຄວ້າການສື່ສານສາກົນ, ສູນຄົ້ນຄວ້າ ຈັນຍາບັນ ແລະ ກົດໝາຍການສື່ສານ ແລະ ສຳນັກງານຄົ້ນຄວ້າ ພາສາປະຫວັດສາດ ແລະ ສະຖາບັນຄົ້ນຄ້ວາພາສາ​ໃນ​ປະ​ຫວັດ​ສາດ​ແລະຍຸດທະສາດການສື່ສານ.

ລະບົບຫຼັກສູດຂອງປະລິນຍາຕີປະກອບດ້ວຍ 03 ພາກສ່ວນຄື: ເຕັກນິກພາສາອັງກິດ, ຖະແຫຼງຂ່າວ ແລະ ວິຊາກ່ຽວກັບການຕ່າງປະເທດ ວັດທະນະທຳ, ການເມືອງ ແລະ ອື່ນໆ. ຄະນະວິຊາຮຽກຮ້ອງ​ໃຫ້ນັກສຶກສາ ຕ້ອງຜ່ານການສອບເສັງພາສາອັງກິດອາຊີບລະດັບ 8 (Test for English Majors-Band 8) ແລະ ໃຊ້ພາສາອັງກິດໃນການຂຽນວິທະຍານິພົນ. ຄະນະວິຊາມີຫຼັກສູດຫຼາຍກວ່າ 90% ແມ່ນສອນ ດ້ວຍພາສາອັງກິດເພື່ອໃຫ້ນັກສຶກສາສາມາດເພີ່ມທະວີຄວາມສາມາດຕົວຈິງ​ໃນການຟັງ,ການເວົ້າ,ການອ່ານ ແລະ ການຂຽນ​​ແລະ​ການແປພາສາອັງກິດ. ນັກສຶກສາສາມາດເລືອກຮຽນພາສາ ຕ່າງປະເທດພາສາທີ 3 ແລະ ກໍ່ສາມາດຮຽນວິຊາອີກອັນໜຶ່ງເພີ່ມໄດ້.

ຄະນະວິຊາມີສື່ທີ່ສ້າງຂຶ້ນໂດຍນັກສຶກສາເອງ. ນອກນັ້ນຄະນະວິຊາຍັງຈັດຕັ້ງນັກສຶກສາໄປຝຶກງານຢູ່ສຳນັກງານສື່ມວນຊົນລະດັບຊາດຄື ສຳນັກງານຂ່າວສານ XINNHUA, ສຳນັກງານຂ່າວສານ China Daily, ສະຖານີວິທະຍຸສາກົນແຫ່ງປະເທດຈີນ, ສະຖານີໂທລະພາບສູນກາງແຫ່ງຊາດຈີນ ແລະ ອື່ນໆ.

ຄະນະວິຊາມີການຮ່ວມມືຢ່າງສະໜິດແໜ້ນກັບ ບັນດາມະຫາວິທະຍາໄລສຸດຍອດໃນປະເທດອາເມລິກາ,ອັງກິດ, ອົສຕຼາລີ, ນິວຊີແລນ, ອຽກລັງ, ໂອຕຣິດ ແລະ ອື່ນໆ.

ນັກສຶກສາຂອງຄະນະ ຖສ ບໍ່ພຽງແຕ່ສາມາດຮັບ ການສຶກສາທາງດ້ານ ຖະແຫຼງຂ່າວ​ແລະ​ການ​ສື່ສານ​ເທົ່າ​ນັ້ນ, ແຕ່ຍັງສາມາດກ້າວເຂົ້າສູ່ປະຕູ​ແຫ່ງອາຊີບຢ່າງສະຫງ່າງາມ,ພ້ອມທັງໄດ້ຮັບການສຶກສາພາສາຕ່າງປະເທດຢ່າງມີຄຸນນະພາບສູງ ແລະ ສາມາດກ້າວໄປສູ່ໂລກທີ່ກວ້າງຂວາງກວ່າເກົ່າ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC