BEIJING FOREIGN

STUDIES UNIVERSITY

ທ່ານ Pierre Krähenbühl ຫົວໜ້າສຳນັກງານຕົວແທນຢູ່ພາກພື້ນອາຊີຕາເວັນອອກຂອງຄະນະກຳມະການອົງການກາແດງສາກົນ ຢ້ຽມຢາມ ມພຕປ

发布时间:2023-04-24

ວັນທີ 3 ເມສາ, ທ່ານ Pierre Krähenbühl ທູດພິເສດສ່ວນບຸກຄົນສຳລັບວຽກງານປະເທດຈີນ ຂອງ ປະທານຄະນະກຳມະການອົງການກາແດງສາກົນ(ICRC), ຫົວໜ້າສຳນັກງານຕົວແທນຢູ່ພາກພື້ນອາຊີຕາເວັນອອກ ICRC ໄດ້ມາຢ້ຽມຢາມ ມພຕປ, ເຊິ່ງທ່ານ ຢາງ ຕັ່ນ (YangDan) ອະທິການບໍດີ, ຮອງເລຂາຄະນະພັກມພຕປ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ Pierre Krähenbühl ພ້ອມດ້ວຍຄະນະ.


ທັງສອງຝ່າຍໄດ້ດຳເນີນການແລກປ່ຽນ ກ່ຽວກັບ ການຮ່ວມມືຢ່າງສະໜິດ ແໜ້ນໃນຂົງເຂດຕ່າງໆ, ເຊັ່ນ: ການຝຶກງານ, ການປະກອບອາຊີບ ແລະ ການບໍລິການອາສາສະໝັກຂອງນັກສຶກສາ ກໍຄື ການແລກປ່ຽນດ້ານວິຊາການເປັນຕົ້ນ. ນອກຈາກນີ້ແລ້ວ, ທ່ານ Pierre Krähenbühl ຍັງໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້ສະເພາະ “ການຊ່ວຍເຫຼືອດ້ານມະນຸດສະທຳ” ໃຫ້ແກ່ນັກສຶກສາ ແລະ ຄູອາຈານຂອງ ມພຕປ.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC