BEIJING FOREIGN

STUDIES UNIVERSITY

ກອງປະຊຸມສຳມະນາຂອງສະມາຄົມການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນ ໄດ້ໄຂຂຶ້ນທີ່ ມພຕປ

发布时间:2022-12-31

ວັນທີ 18 ທັນວາ 2022, ມພຕປ ໄດ້ເປັນເຈົ້າພາບຈັດ ກອງປະຊຸມສຳມະນາວິຊາການ ຂອງສະມາຄົມການສຶກສາຄົ້ນຄວ້າປະເທດ ແລະ ເຂດແຄວ້ນ(Consortium for Country and Area Studies, CCAS) ຜ່ານຮູບແບບທາງໄກ ພາຍໃຕ້ຫົວຂໍ້ “ກວມລວມ, ແບ່ງປັນ ແລະ ການພັດທະນາແບບຍືນຍົງຂອງທົ່ວໂລກ”.

CCAS ເປັນເຄືອຂ່າຍວິຊາການ ລະຫວ່າງ ນັກຄົ້ນຄວ້າສາກົນ ທີ່ລິເລີ່ມໂດຍສະມາຄົມມະຫາວິທະຍາໄລພາສາຕ່າງປະເທດທົ່ວໂລກ (GAFSU) ແລະ ປະກອບດ້ວຍນັກຄົ້ນຄວ້າຈາກ 181 ປະເທດທີ່ນໍາໃຊ້ 100 ກວ່າພາສາ.

ທ່ານ ຢາງຕັ່ນ (YangDan), ອະທິການບໍດີ, ຮອງເລຂາຄະນະພັກ, ທັງເປັນຫົວໜ້າສະຖາບັນຄົ້ນຄວ້າການບໍລິຫານພາກພື້ນ ແລະ ສາກົນ ມພຕປ, ທ່ານ Muhammad Khalili, ອະດີດສະມາຊິກສະພາ ປະເທດມາຣົກ, ທັງເປັນປະທານສະມາຄົມມິດຕະພາບແລະການແລກປ່ຽນມາຣົກ-ຈີນ ແລະ ທ່ານ ຕູ້ຈ້ານຢວນ (Du Zhanyuan), ປະທານສະມາຄົມນັກແປແຫ່ງປະເທດຈີນ ຕ່າງໄດ້ມີຄຳເຫັນໃນພິທີເປີດກອງປະຊຸມ.

ຈາກນັ້ນ, ທ່ານ ຢາງຕັ່ນ ໄດ້ກ່າວຄຳປາໄສ ພາຍໃຕ້ຫົວຂໍ້ “ຄວາມໝາຍຕໍ່ໂລກຂອງການຫັນເປັນທັນສະໄໝແບບຈີນ”, ທ່ານ ຈ່ຽງເຟິ່ງ (Jiang Feng), ເລຂາຄະນະພັກມະຫາວິທະ ຍາໄລພາສາຕ່າງປະເທດນະຄອນຊຽງໄຮ້, ປະທານສະພາບໍລິຫານ ສະຖາບັນຄົ້ນຄວ້າການບໍລິຫານທົ່ວໂລກ ແລະ ຄົ້ນຄວ້າປະເທດແລະພາກພື້ນນະຄອນຊຽງໄຮ້ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ “ສັນຕິພາບແລະການພັດທະນາຢ່າງຕໍ່ເນື່ອງຂອງໂລກ ຕ້ອງການມີຮູບແບບອາລິຍະທຳຂອງມະນຸດໃໝ່”. ນອກຈາກນີ້ແລ້ວ, ທ່ານ ນາງ Velia Govaere, ສ.ຈ ມະຫາວິທະຍາໄລການສຶກສາທາງໄກ, ອະດີດລັດຖະມົນຕີກະຊວງເສດຖະກິດ ປະເທດໂກສະຕາຣິກາ ແລະ ທ່ານ Edmond Moukala, ຜູ້ອຳນວຍການຫ້ອງການປະຈຳມາລີຂອງອົງການອຸຍແນັສໂກ (UNESCO) ກໍໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ສະເພາະ. ນັກຄົ້ນຄວ້າທັງຈີນ ແລະ ຕ່າງປະເທດທີ່ຮ່ວມປະຊຸມ ໄດ້ປະກອບຄຳເຫັນ ແລະ ຕີລາຄາຢ່າງຕັ້ງໜ້າຕໍ່ບົດຄຳເຫັນຂອງຫົວຂໍ້ສະເພາະດັ່ງກ່າວ ແລະ ໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງ ໂດຍປິ່ນອ້ອມຫົວຂໍ້ຂອງກອງປະຊຸມສຳມະນາ.

ໃນກອງປະຊຸມ, ຍັງໄດ້ປະກາດການນໍາໃຊ້ເວັບໄຊ ແລະ ບັນຊີວິແຊັດຂອງສະມາຄົມການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນຢ່າງເປັນທາງການ, ໄດ້ເປີດຕົວໝາກຜົນທຳອິດຂອງສະມາຄົມທີ່ໃກ້ຈະອອກພິມຈຳໜ່າຍ ຄື ປະມວນບົດຄົ້ນຄວ້າ “ວິທະຍາສາດການຄົ້ນຄວ້າປະເທດ ແລະ ພາກພື້ນ: ແງ່ມູມຂອງໂລກ” ທັງໄດ້ເປີດຕົວປຶ້ມໃໝ່ “ດັດຊະນີທົ່ວໂລກປະຈຳ 2022”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC