BEIJING FOREIGN

STUDIES UNIVERSITY

ເວທີປາໄສອະທິການບໍດີສະຖາບັນຂົງຈື້ປະຈຳປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ

发布时间:2022-09-30

ເວລາ 8 ໂມງແລງ ຂອງ ວັນທີ 14 ກັນຍາ 2022 (ເວລາປັກກິ່ງ), ເວທີປາໄສອະທິການບໍດີສະຖາບັນຂົງຈື້ປະຈຳປີ 2022 ໄດ້ໄຂຂຶ້ນຜ່ານລະບົບອອນລາຍ, ໂດຍການເປັນເຈົ້າພາບຮ່ວມ ລະຫວ່າງ ມູນນິທິການສຶກສາພາສາຈີນສາກົນ ແລະ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ແລະ ຮັບຈັດຕັ້ງປະຕິບັດຕົວຈິງໂດຍສຳນັກພິມຈຳໜ່າຍການຮຽນການສອນ ແລະ ຄົ້ນຄວ້າພາສາຕ່າງປະເທດ (FLTRP). ທ່ານ ຈ້າວລິນຊ່ານ (Zhao Lingshan), ຮອງປະທານ ແລະ ເລຂາທິການມູນນິທິການສຶກສາພາສາຈີນສາກົນແຫ່ງປະເທດຈີນ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ ແລະ ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີເປີດຂອງເວທີປາໄສດັ່ງກ່າວ ແລະ ທ່ານ ຢູ້ຢຸນເຟິ່ງ(Yu Yunfeng), ຮອງເຂລາທິການ ມູນນິທິການສຶກສາພາສາຈີນສາກົນແຫ່ງປະເທດຈີນ ໄດ້ເປັນປະທານດຳເນີນພິທີເປີດດັ່ງກ່າວ.



ເວທີປາໄສຄັ້ງນີ້ ມີຈຸດປະສົງເພື່ອເພີ່ມທະວີການຮ່ວມມື ແລະ ການປະສານງານກັນລະຫວ່າງ ສະຖາບັນຂົງຈື້ແຫ່ງຕ່າງໆ, ທັງເພື່ອພ້ອມກັນສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາຂອງສະຖາບັນຂົງຈື້ແບບອີງຕາມຄວາມຕ້ອງການພາຍໃນຂອງປະເທດ ກໍຄື ຮ່ວມກັນຄົ້ນຄວ້າປຶກສາຫາລືເສັ້ນທາງການພັດທະນາແບບຍືນຍົງ ແລະ ດ້ວຍຄຸນະພາບສູງໃນອະນາຄົດ. ເວທີປາໄສນີ້ ຈະດຳເນີນໄປຮອດວັນທີ 24 ກັນຍາ, ເຊິ່ງບັນດາອະທິການບໍດີສະຖາບັນຂົງຈື້ຈະໄດ້ດຳເນີນການແລກປ່ຽນບົດຮຽນ ໂດຍປິ່ນອ້ອມບັນຫາຕ່າງໆ, ເຊັ່ນ: ວິທີການຍົກລະດັບຄຸນະພາບຂອງຄູອາຈານ, ການປະກອບສ່ວນຮັບໃຊ້ສັງຄົມທ້ອງຖິ່ນໃຫ້ດີກວ່າເກົ່າ, ການສ້າງພາບພົດທີ່ດີຂອງສະຖາບັນຂົງຈື້, ການບັນລຸການຂະຫຍາຍຕົວ ຕາມສະພາບຕົວຈິງຂອງທ້ອງຖິ່ນ ແລະອື່ນໆ. ນອກນັ້ນ, ເວທີປາໄສຄັ້ງນີ້ ຍັງໄດ້ເຊື້ອເຊີນ ທ່ານ Roger T.Ames, ສາດສະດາຈານ ມະຫາວິທະຍາໄລຮາວາຍ ປະເທດອາເມລິກາ ມາແລກປ່ຽນຄວາມເຂົ້າໃຈ ແລະ ຄວາມຄິດເຫັນຂອງຕົນ ກ່ຽວກັບວັດທະນະທຳຂົງຈື້ຂອງປະເທດຈີນ.

ເວທີປາໄສດັ່ງກ່າວ ເປັນໜຶ່ງໃນບັນດາກິດຈະກຳ "ວັນສະຖາບັນຂົງຈື້ທົ່ວໂລກ" ໂດຍຈະຈັດປາຖະກະຖາຫົວຂໍ້ສະເພາະ 2 ຄັ້ງ ແລະ ສຳມະນາທີ່ເປັນເວທີປາໄສຍ່ອຍ 3 ຄັ້ງ, ເຊິ່ງມີອະທິການບໍດີສະຖາບັນຂົງຈື້ທັງຝ່າຍຈີນ ແລະ ຝ່າຍຕ່າງປະເທດ ຈຳນວນເກືອບ 600 ທ່ານ ສະໝັກເຂົ້າຮ່ວມ ແລະ ມີ 26 ທ່ານຈະກ່າວຄຳເຫັນພາຍໃຕ້ຫົວຂໍ້ສະເພາະຄັ້ງນີ້.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC