BEIJING FOREIGN

STUDIES UNIVERSITY

ມພຕປ ເປັນເຈົ້າພາບຈັດເວທີປາໄສລະດັບສູງ ກ່ຽວກັບ ຄວາມຄືບໜ້າຫຼ້າສຸດດ້ານທິດສະດີ ແລະ ການປະຕິບັດຕົວຈິງໃນການສຶກສາພາສາຕ່າງປະເທດ

发布时间:2022-08-01

ໃນວັນທີ 12 ກໍລະກົດທີ່ຜ່ານມານີ້, ຄະນະພາສາອັງກິດ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ແລະ ສຳນັກພິມຈຳໜ່າຍການສິດສອນແລະຄົ້ນຄວ້າພາສາຕ່າງປະເທດ(FLTRP) ໄດ້ຮ່ວມກັນຈັດ “ເວທີປາໄສລະດັບສູງ ກ່ຽວກັບ ຄວາມຄືບໜ້າຫຼ້າສຸດ ດ້ານທິດສະດີ ແລະ ການປະຕິບັດຕົວຈິງໃນການສຶກສາພາສາຕ່າງປະເທດ” ດ້ວຍຮູບແບບວີດີໂອທາງໄກ,  ພິທີຄັ້ງນີ້ ມີ ທ່ານ ຊຸນໂຢຈົ່ງ (Sun Youzhong), ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດເວທີປາໄສດັ່ງກ່າວ.

2168C


ພ້ອມນີ້, ໃນພິທີ ທ່ານ ນາງ ສ.ຈ Diane Larsen-Freeman ຈາກມະຫາວິທະຍາໄລມິຊິແກນ ປະເທດອາເມລິກາ, ທ່ານ ສ.ຈ Matthew E. Poehner ຈາກມະຫາວິທະຍາໄລລັດເພັນຊິວາເນຍປະເທດອາເມລິກາ, ທ່ານ ນາງ ສ.ຈ ເວີນຊິ່ວຟ່າງ (Wen Qiufang) ຈາກ ມພຕປ, ທ່ານ ສ.ຈ ວັງຊູ່ມິງ(Wang Chuming) ຈາກມະຫາວິທະຍາໄລພາສາ ແລະ ການຄ້າຕ່າງປະເທດແຂວງກວາງຕົງ, ທ່ານ ນາງ ສ.ຈ ຫວັງຊຽງ (Wang Qiang) ຈາກມະຫາວິທະຍາໄລສ້າງຄູປັກກິ່ງ, ທ່ານ ນາງ ສ.ຈ ຊູຈິນເຟິ່ນ(Xu Jinfen) ຈາກມະຫາວິທະຍາໄລເຕັກໂນໂລຊີຮົວຈົ່ງ, ທ່ານ ນາງ ສ.ຈ ຈ່າງລຽນ(Zhang Lian) ຈາກ ມພຕປ ໄດ້ກ່າວບົດຄຳເຫັນ ປິ່ນອ້ອມຫົວຂໍ້ “ຄຸນປະໂຫຍດຂອງທິດສະດີລະບົບໄດນາມິກທີ່ສັບສົນຕໍ່ການສຶກສາພາສາຕ່າງປະເທດ ກໍຄືການນຳໃຊ້ຕົວຈິງ”, “ທິດສະດີສັງຄົມ-ວັດທະນະທຳເປັນທິດທາງການພັດທະນາໃຫ້ແກ່ທິດສະດີການສຶກສາພາສາທີສອງ”, “ທິດສະດີສືບເນື່ອງກ່ຽວກັບການຍົກສູງຄຸນນະພາບ ແລະ ເພີ່ມປະສິດທິພາບຂອງການສຶກສາພາສາຕ່າງປະເທດ”, “ຈາກການສອນພາສາຕ່າງປະເທດໄປສູ່ການສຶກສາພາສາຕ່າງປະເທດ: ການສ້າງຕັ້ງ ແລະ ພັດທະນາລະບົບຫຼັກສູດພາສາອັງກິດຢູ່ໂຮງຮຽນປະຖົມ-ມັດທະຍົມໃນຍຸກສະໄໝໃໝ່”, “ການເຊື່ອມໂຍງດ້ານພາສາກ່ຽວກັບເນື້ອໃນການສອນທີ່ມີເອກະລັກສະເພາະຂອງຈີນ: ຄວາມຕ້ອງການຕໍ່ການສຶກສາພາສາຕ່າງປະເທດຂອງຍຸກສະໄໝໃໝ່” ແລະ “ການຄົ້ນຄວ້າກ່ຽວກັບການສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນຄູອາຈານທີ່ສອນພາສາຕ່າງປະເທດຢູ່ໂຮງຮຽນຊັ້ນສູງ” ຕາມລຳດັບ ເພື່ອຮ່ວມກັນປຶກສາຫາລື ກ່ຽວກັບຄວາມຄືບໜ້າຫຼ້າສຸດ ດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການສຶກສາພາສາຕ່າງປະເທດ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC