BEIJING FOREIGN

STUDIES UNIVERSITY

ພິທີສ້າງຕັ້ງສະມາຄົມການສຶກສາຄົ້ນຄວ້າປະເທດ ແລະ ເຂດແຄວ້ນ ກໍຄື ເວທີປາໄສກ່ຽວກັບການພັດທະນາສາຂາວິຊາການສຶກສາຄົ້ນຄວ້າປະເທດແລະສາກົນໄດ້ຈັດຂຶ້ນທີ່ ມພຕປ

发布时间:2022-05-12

ວັນທີ 29 ເມສາ 2022, ພິທີສ້າງຕັ້ງສະມາຄົມການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນ Consortium for Country and Area Studies, CCAS ກໍຄືເວທີປາໄສກ່ຽວກັບການພັດທະນາສາຂາວິຊາການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນໄດ້ຈັດຂຶ້ນທີ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ).

ສະມາຄົມການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນ ແມ່ນເຄືອຂ່າຍດ້ານການຄົ້ນຄວ້າວິທະຍາສາດລະຫວ່າງນັກປາດ-ນັກຄົ້ນຄວ້າສາກົນ ຈາກ 181 ປະເທດ ແລະ ກວມເອົາຫຼາຍກວ່າ 100 ພາສາ, ເຊິ່ງສະມາຄົມດັ່ງກ່າວລິເລີ່ມສ້າງຕັ້ງຂຶ້ນໂດຍສະມາຄົມມະຫາວິທະ ຍາໄລພາສາຕ່າງປະເທດທົ່ວໂລກ (GAFSU) ໂດຍຍຶດຖືທັດສະນະ “ເພີ່ມພູນຄູນສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ສ້າງອະນາຄົດທີ່ສວຍງາມຮ່ວມກັນ”.

ທ່ານ ຢາງຕັ່ນ (Yang Dan), ປະທານສະມາຄົມມະຫາວິທະຍາໄລພາສາຕ່າງປະເທດທົ່ວໂລກ, ທັງເປັນອະທິການບໍດີ ມພຕປ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປະກອບຄຳເຫັນ ກ່ຽວກັບການສ້າງຕັ້ງສະມາຄົມການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນ ໂດຍປິ່ນອ້ອມ 3 ດ້ານ ຄື: ໜຶ່ງ, ເພື່ອຮັບມືກັບສິ່ງທ້າທາຍ ແລະ ແບ່ງປັນກາລະໂອກາດໃນທົ່ວໂລກ, ມີຄວາມຮຽກຮ້ອງຕ້ອງການໃຫ້ມີການຮ່ວມມືລະຫວ່າງນັກປາດ-ນັກຄົ້ນຄວ້າທີ່ສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນໃນຂອບເຂດທົ່ວໂລກ; ສອງ, ການຮ່ວມມືດັ່ງກ່າວນີ້ ຄວນທັບມ້າງກຳແພງ ແລະ ຊຸກຍູ້ການປະສານງານລະຫວ່າງນັກປາດ-ນັກຄົ້ນຄວ້າ, ຊຸກຍູ້ການເຊື່ອມໂຍງລະຫວ່າງບັນດາສາຂາວິຊາ ເພື່ອປະກອບສ່ວນເຂົ້າໃນການປະດິດສ້າງໃໝ່ດ້ານການຄົ້ນຄວ້າວິທະຍາສາດ; ສາມ, ການຮ່ວມມືືທີ່ກ່າວມາຂ້າງເທິງນີ້ ຄວນໃຫ້ຄວາມສຳຄັນແກ່ບົດບາດຂອງບັນດາປະເທດໃນທົ່ວໂລກ ໂດຍສະເພາະແມ່ນບົດບາດຂອງປະເທດກຳລັງພັດທະນາ.

ໃນພິທີດັ່ງກ່າວ, ທ່ານ ນາງ Irina Bokova, ອະດີດຜູ້ອຳນວຍການໃຫຍ່ອົງການ ອຸຍແນັສໂກ, ທ່ານ ຫຼີຢຽນຊົງ (Li Yansong), ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດນະຄອນຊຽງໄຮ້, ທ່ານ Siddharth Chatterjee, ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ ສປ ຈີນ, ທ່ານ ສຽນເຊິງຕ້ານ (Qian Chengdan), ຫົວໜ້າສະຖາບັນການສຶກສາຄົ້ນຄວ້າປະເທດແລະເຂດແຄວ້ນ ມະຫາວິທະຍາໄລປັກກິ່ງ, ທ່ານ ຈ່າງຊູ້ຮົວ (Zhang Shuhua), ຫົວໜ້າສະຖາບັນວິທະຍາສາດການເມືອງ ທີ່ສັງກັດສະຖາບັນວິທະຍາສາດສັງຄົມແຫ່ງປະເທດຈີນ ແລະ ທ່ານ ຈ່າງເວີຍເວີຍ (Zhang Weiwei), ຫົວໜ້າສະຖາບັນການຄົ້ນຄວ້າປະເທດຈີນ, ມະຫາວິທະຍາໄລຟູຕ້ານ ຕ່າງກໍໄດ້ຂຶ້ນປະກອບຄຳເຫັນ. ໃນພິທີດັ່ງກ່າວ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ ແລະ ທ່ານ Roger T. Ames, ປະທານສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນໄດ້ຮ່ວມກັນເປີດປ້າຍສະມາຄົມດັ່ງກ່າວ, ພ້ອມນັ້ນ, ຍັງໄດ້ປະກາດການນໍາໃຊ້ກາໝາຍ ແລະ ວິໄສທັດການພັດທະນາຂອງສະມາຄົມໃນພິທີດັ່ງກ່າວອີກດ້ວຍ.

ພາຍຫຼັງສຳເລັດພິທີ ຍັງໄດ້ຈັດເວທີປາໄສ ກ່ຽວກັບການພັດທະນາສາຂາວິຊາການສຶກສາຄົ້ນຄວ້າປະເທດແລະສາກົນ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC