BEIJING FOREIGN

STUDIES UNIVERSITY

ທ່ານ ຊຸນໂຢຈົ່ງ ຮອງອະທິການບໍດີ ມພຕປ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະປະຈຳສະພາບໍລິຫານສະມາຄົມນັກແປແຫ່ງປະເທດຈີນ ຊຸດທີ VIII

发布时间:2022-04-11

ໃນວັນທີ 1 ເມສາ 2022, ກອງປະຊຸມໃຫຍ່ຜູ້ແທນສະມາຊິກສະມາຄົມນັກແປແຫ່ງປະເທດຈີນ ຄັ້ງທີ 8 ໄດ້ໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ, ໂດຍມີທ່ານ ຫຼູຢຽນຊົງ, ຮອງຫົວໜ້າ ຄະນະໂຄສະນາສູນກາງພັກກອມມູນິດຈີນ, ທ່ານ ຕູ້ຈ້ານຢວນ, ຫົວໜ້າສຳນັກພິມການເຜີຍແຜ່ສາກົນ (CICG), ທ່ານ ໂຈ່ວມິງເຫວີຍ, ປະທານສະພາບໍລິຫານສະມາຄົມນັກແປແຫ່ງປະເທດຈີນ ຊຸດທີ 7 ແລະ ທ່ານ Kevin Quirk, ປະທານສະຫະພັນນັກແປສາກົນ ໄດ້ຂຶ້ນມີຄໍາເຫັນໃນພິທີເປີດກອງປະຊຸມ. ກອງປະຊຸມດັ່ງກ່າວໄດ້ເລືອກຕັ້ງເອົາສະພາບໍລິຫານ ແລະ ຄະນະນຳຊຸດໃໝ່ຂອງສະມາຄົມ, ເຊິ່ງ ທ່ານ ຕູ້ຈ້ານຢວນ ໄດ້ຮັບເລືອກຕັ້ງເປັນປະທານ, ທ່ານ ຊຸນໂຢຈົ່ງ, ຄະນະປະຈຳພັກ ແລະ ຮອງອະທິການບໍດີ ມພຕປ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະປະຈຳ, ທ່ານ ຫວັງເຄີ້ເຟ່ ແລະ ທ່ານນາງ ເຣິນເວີນ ສາດສະດາຈານຈາກ ມພຕປ ໄດ້ຮັບເລືອກຕັ້ງເປັນກຳມະການຄະນະປະຈຳຂອງສະມາຄົມດັ່ງກ່າວ.


ກອງປະຊຸມ ຍັງໄດ້ມອບລາງວັນ “ຄວາມສຳເລັດຕະຫຼອດຊີວິດດ້ານການແປ”, ທັງໄດ້ຍ້ອງຍໍນັກແປຜູ້ຊົງຄຸນວຸດທິ ແລະ ນັກແປຕ່າງປະເທດທີ່ມີຜົນສຳເລັດໃນການແປຜົນງານພາສາຈີນເປັນພາສາຕ່າງປະເທດ. ໃນນັ້ນ, ທ່ານ ຫວັງຈຸ່ນ (ນັກແປພາສາອິຕາລີ), ທ່ານ ນາງ ຫວັງໂຣ້ຈິ໋ນ (ນັກແປພາສາອັງກິດ), ທ່ານ ນາງ ຫຼີອິງນານ (ນັກແປພາສາລັດເຊຍ), ທ່ານ ຈ່າງໄຈ້ຫຼຽງ (ນັກແປພາສາອັງກິດ), ທ່ານ ຈ່າງຟ້າງ (ນັກແປພາສາຝຣັ່ງ), ທ່ານ ຫູເວີນຈົ້ງ (ນັກແປພາສາອັງກິດ) ແລະ ທ່ານຫານຣຸຍສຽງ (ນັກແປພາສາເຢຍລະມັນ) ທີ່ເປັນສາດສະດາຈານ ຢູ່ ມພຕພ 7 ທ່ານກໍໄດ້ຮັບລາງວັນກຽດຕິຍົດເປັນນັກແປຜູ້ຊົງຄຸນວຸດທິ. ນອກຈາກນີ້ແລ້ວ, ມພຕປ ໄດ້ຮັບການຍ້ອງຍໍກຽດຕິຍົດວ່າເປັນ “ອົງການສະມາຊິກທີ່ດີເດັ່ນ” ແລະ ຄະນະຂອງສະຖາບັນການແປພາສາລະດັບສູງ ມພຕປ ໄດ້ຮັບການຍ້ອງຍໍລວມໝູ່ເປັນ “ຄະນະທີ່ມີຄວາມກ້າວໜ້າໃນວຽກງານການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC