BEIJING FOREIGN

STUDIES UNIVERSITY

ນາງ ກູ້ໄອ້ຫຼີງ: ພາລະກໍາຂອງຂ້ອຍກໍແມ່ນແນະນໍາການຫຼິ້ນກິລາສະກີໃນທ່າຟຣີສະຕາຍໃຫ້ຄົນຈີນຮຸ່ນໃໝ່

发布时间:2022-02-08

ຕາມຂ່າວຈາກເວັບໄຊຂ່າວຈີນ ໃນວັນທີ 7 ກຸມພາ 2022 ວ່າ:  ການແຂ່ງຂັນເຂົ້າຮອບຊີງຊະນະເລີດຂອງການຫຼິ້ນກິລາສະກີໂດດແປ້ນດ່ຽວ ໃນທ່າຟຣີສະຕາຍຍິງຂອງງານກິລາໂອລິມປິກລະດູໜາວປັກກິ່ງ 2022 ໄດ້ຈັດຂຶ້ນຢູ່ທີ່ລານສະກີໂດດທີ່ສວນໂສວກ່າງປັກກິ່ງ. ນາງ ກູ້ໄອ້ຫຼີງ (Gu Ailing) ນັກກິລາຈີນທີ່ຊື່ອັງກິດວ່າ Eileen Gu ຜູ້ນຸ່ງເຄື່ອງທີ່ມີຮູບມັງກອນຄໍາ ໄດ້ເຂົ້າຮ່ວມການແຂ່ງຂັນຮອບນີ້.

ອີງຕາມການໃຫ້ສໍາພາດຂອງນາງ ກູ້ໄອ້ຫຼີງ, ໄດ້ຮູ້ວ່າ ຕັ້ງແຕ່ປີ 2019 ເປັນຕົ້ນມາ, ນາງກໍໄດ້ເລືອກເປັນນັກກິລາຈີນເຂົ້າຮ່ວມການແຂ່ງຂັນແລ້ວ ຊຶ່ງມີຈຸດປະສົງເພື່ອແນະນໍາການຫຼິ້ນກິລາສະກີໃນທ່າຟຣີສະຕາຍນີ້ໃຫ້ແກ່ຄົນຈີນຮຸ່ນໃໝ່ ແລະ ໃຫ້ຄົນຈີນນັບມື້ນັບຫຼາຍຂຶ້ນເຂົ້າຮ່ວມການຫຼິ້ນກິລາປະເພດນີ້. ປີນີ້, ນາງ ກູ້ໄອ້ຫຼີງ ມີອາຍຸ 18 ປີແລ້ວ. ນາງໄດ້ກ່າວວ່າ: “ຂ້າພະ ເຈົ້າບໍ່ຍອມຮັບວ່າ ຄົນເຮົາມີແຕ່ເຕີບໃຫຍ່ເປັນຜູ້ໃຫຍ່ແລ້ວ ຈຶ່ງຈະສາມາດສ້າງອິດທິພົນໃນທົ່ວໂລກໄດ້. ຂ້າພະເຈົ້າເຫັນວ່າ ເມື່ອຍຸກສະໄໝຕ້ອງການພວກເຮົາມີການປ່ຽນແປງ, ພວກເຮົກກໍຕ້ອງສະແດງຄວາມຄິດເຫັນຂອງຕົນດ້ວຍສຽງທີ່ດັງໃນຫົວຂໍ້ທີ່ກ່ຽວຂ້ອງ.”

ປະຈຸບັນ ຈີນມີ 300 ລ້ານຄົນ ທີ່ຈະລອງຫຼິ້ນກິລານໍ້າກ້ອນແລະຫິມະ. ນາງກ່າວວ່າ, ພາ ລະກໍາຂອງຕົນກໍຄືສົ່ງເສີມການຫຼິ້ນກິລາສະກີໃນທ່າຟຣີສະຕາຍ ເພື່ອແບ່ງປັນຄວາມມ່ວນຊື່ນທີ່ໄດ້ມາຈາກການຫຼິ້ນກິລາ ແລະ ຄວາມຮັກມັກ ທີ່ມີຕໍ່ການຫຼິ້ນກິລາກາງແຈ້ງ. ເຖິງວ່າບົດບາດສົ່ງເສີມຂອງຕົນອາດຈະບໍ່ມີຫຍັງພໍຈະກ່າວເຖິງ, ແຕ່ວ່າຕົນເອງແນ່ນອນຈະພໍໃຈໃນຜົນສໍາເລັດທີ່ຕົນເອງຍາດມາໄດ້.

ເມື່ອຖືກຖາມກ່ຽວກັບຄວາມຮູ້ສຶກຂອງການເຂົ້າຮ່ວມງານກິລາໂອລິມປິກເປັນຄັ້ງທໍາອິດຢູ່ປະເທດຈີນ, ນາງໄດ້ຫັນຫຼັງໃຫ້ເບິ່ງຮູບມັງກອນຄໍາທີ່ຢູ່ເທິງເສື້ອສີດໍາທີ່ນາງໄດ້ໃສ່ໃນການແຂ່ງກັນ ພ້ອມທັງກ່າວວ່າ ເຄື່ອງນຸ່ງນັ້ນ ແມ່ນນາງເອງເປັນຜູ້ອອກແບບ ຊຶ່ງສະແດງໃຫ້ເຫັນເຖິງເຄື່ອງໝາຍວັດທະນະທໍາຂອງຈີນ.




ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC