BEIJING FOREIGN

STUDIES UNIVERSITY

“ອີ່ພໍ່, ໄປຫຼິ້ນສະກີນໍາກັນເທາະ”——ນາງ Dinigeer ຜູ້ສົ່ງຕໍ່ທວນໄຟຕົ້ນຕໍ ໄດ້ເດີນທາງຈາກ “ແຫຼ່ງກໍາເນີດກິລາສະກີຂອງມະນຸດ” ໄປຮອດສະໜາມແຂ່ງຂັນກິລາໂອລິມປິກລະດູໜາວ

发布时间:2022-02-07

ຕາມຂ່າວຈາກ ເວັບໄຊພູແຖນ-ໜັງສືພິມລາຍວັນຊິນຈຽງ ໃນວັນທີ 6 ກຸມພາ 2022 ວ່າ, ໃນເວລາ 15:45 ຂອງ ວັນທີ 5 ກຸມພານີ້, ນາງ Dinigeer·Yilamujiang ພ້ອມກັບ Bayani·Galin ເພື່ອນຮ່ວມທີມໆຊາດຈີນ ໄດ້ເດີນທາງມາຮອດສະໜາມແຂ່ງຂັນສະກີຫິມະຂ້າມທົ່ງ (Cross-country Skiing) ຂອງງານກິລາໂອລິມປິກລະດູໜາວປັກກິ່ງ ເຊິ່ງເປັນຄັ້ງທໍາອິດໃນປະຫວັດໂອລິມປິກລະດູໜາວ ທີ່ໄດ້ມີນັກກິລາສະກີຈາກເມືອງອັນໄຕເຂດຊິນຈຽງຈີນ ກໍຄື ແຫຼ່ງກໍາເນີດກິລາສະກີຂອງມະນຸດ ເຂົ້າຮ່ວມ.

ໃນຕອນຄໍ່າວັນທີ 4, ນາງ Dinigeer ໜຶ່ງໃນບັນດາຜູ້ສົ່ງຕໍ່ທວນໄຟຕົ້ນຕໍ ໄດ້ສືບທອດຄວາມໃຝ່ຝັນຂອງຜູ້ເປັນພໍ່ ກໍຄື ທ່ານ Yilamujiang·Mulaji ແລະ ຢືນຢູ່ໃນສະໜາມກິລາລະດັບສູງສຸດໃນສາກົນ. ເລື່ອງເລົ່າ ອີ່ພໍ່, ໄປຫຼິ້ນສະກີນໍາກັນເທາະ ສະບັບຈີນກໍາລັງສະແດງຢູ່ໃນງານກິລາໂອລິມປິກລະດູໜາວປັກກິ່ງ.

ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຈົນເວົ້າຫຍັງບໍ່ອອກ, ແບບວ່າ ລູກສາວໄດ້ບັນລຸຄວາມໃຝ່ຝັນທັງໝົດຂອງຂ້າ ພະເຈົ້າ, ທ່ານ Yilamujiang ກ່າວວ່າ. ນາງ Dinigeer ເປັນນາງສາວເຜົ່າວິວເອີທີ່ມີອາຍຸ 20 ປີໃນປີນີ້, ນາງໄດ້ເກີດຢູ່ໃນເຂດອັນໄຕ ຂອງເຂດປົກຄອງຕົນເອງເຜົ່າວິວເອີ ຊິນຈຽງ ເຊິ່ງເປັນເຂດໜຶ່ງທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງຈີນ. ທ່ານ Yilamujiang ຜູ້ເປັນພໍ່ຂອງນາງ ແມ່ນນັກກິລາສະກີຫິມະຂ້າມທົ່ງທີ່ໄດ້ລາອອກຈາກການຫິ້ນກິລາສະກີນີ້ແລ້ວ ແລະ ນາງ Dinigeer ໄດ້ເລີ່ມຫຼິ້ນສະກີກັບພໍ່ນັບຕັ້ງແຕ່ອາຍຸ 8 ປີ.

ຢູ່ໃນຖໍ້າດຸນເດີບູລາເຄີທີ່ເຂດອັນໄຕ ບ້ານເກີດຂອງນາງ Dinigeer ນັ້ນ, ມີຮູບຄວັດຫີນທາສີຮູບໜຶ່ງ ທີ່ຮັກສາໄວ້ຢ່າງຄົບຖ້ວນ, ໃນຮູບນັ້ນໄດ້ບັນທຶກພາບທີ່ຊາວບູຮານໃນພູອັນໄຕຢືນຢູ່ເທິງກະດານສະກີ ແລະ ໃນມືເບື້ອງໜຶ່ງໄດ້ຖືເອົາໄມ້ສະກີເພື່ອໄປລ່າເນື້ອ. ໂດຍຜ່ານການສຶກສາຄົ້ນຄວ້າ ແລະ ການພິສູດຫຼັກຖານຂອງຊ່ຽວ ຊານວິຊາການ, ຮູບຄວັດຫີນຮູບນີ້ໄດ້ມີປະຫວັດສາດຢ່າງໜ້ອຍ 12.000 ປີແລ້ວ ເຊິ່ງເປັນການບັນທຶກກິດຈະກໍາຫຼິ້ນສະກີທີ່ເກົ່າແກ່ທີ່ສຸດໃນປະຫວັດສາດຂອງມະນຸດ.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC