BEIJING FOREIGN

STUDIES UNIVERSITY

“ເວທີສົນທະນາສຳລັບນັກປາດ-ນັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດຂອງສະຖາບັນຂົງຈື້ ມພຕປ ປະຈຳປີ 2021” ໄດ້ໄຂຂຶ້ນຢ່າງເປັນທາງການ

发布时间:2021-12-20

ວັນທີ 9 ທັນວາ, “ເວທີສົນທະນາສຳລັບນັກປາດ-ນັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດຂອງສະຖາບັນຂົງຈື້ ມພຕປ ປະຈຳປີ 2021” ໄດ້ຈັດຂຶ້ນດ້ວຍຮູບແບບລະບົບອອນລາຍ ແລະ ອອບລາຍປະສົມກັນ ພາຍໃຕ້ຫົວຂໍ້ “ການສຶກສາພາສາຈີນຢູ່ຕ່າງປະເທດພາຍຫຼັງການລະບາດຂອງພະຍາດໂຄວິດ-19” ໂດຍແນໃສ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທີ່ມີຕໍ່ການສຶກສາພາສາຈີນຢູ່ຕ່າງປະເທດພາຍຫຼັງການລະບາດຂອງພະຍາດໂຄວິດ-19, ສຶກສາຄົ້ນຄວ້າ ກ່ຽວກັບການຫັນວິກິດການເປັນໂອກາດເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ແລະ ຊຸກຍູ້ໃຫ້ການສຶກສາພາສາຈີນຢູ່ຕ່າງປະເທດ ບັນລຸການພັດທະນາດ້ວຍຄຸນນະພາບສູງ ແລະ ເນັ້ນຄວາມຕ້ອງການພາຍໃນ.

ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ (YangDan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ຄິມອິນຈຸ (Kim In-chul), ອະທິການບໍດີ ມະຫາວິທະຍາໄລພາສາຕ່າງປະເທດ ສ. ເກົາຫຼີ ແລະ ທ່ານ ອິລິນນາ ຄຣາຍເວີ (Irina Kraeva), ອະທິການບໍດີ ມະຫາວິທະຍາໄລພາສາແຫ່ງຊາດມົດສະກູ ປະເທດຣັດເຊຍ ໄດ້ເຂົ້າຮ່ວມພິທີເປີດເວທີສົນທະນາດັ່ງກ່າວ. ຜູ້ແທນທີ່ເຂົ້າຮ່ວມປະຊຸມຈາກສະຖາບັນຂົງຈື້ແຫ່ງຕ່າງໆໄດ້ດຳເນີນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນນຳກັນ ກ່ຽວກັບ “ການຈັດກິດຈະກຳທາງອອນລາຍ” ແລະ “ການຮຽນ-ການສອນຜ່ານລະບົບອອນລາຍ ແລະ ອອບລາຍປະສົມກັນ” ໂດຍມີບັນດາຜູ້ອຳນວຍການ ແລະ ອະທິການບໍດີ ຂອງທັງຝ່າຍຈີນ ແລະ ຕ່າງປະເທດ ກໍຄື ບັນດາອະດີດອະທິການບໍດີຝ່າຍຈີນຂອງສະຖາບັນຂົງຈື້ ທີ່ ມພຕປ ຮ່ວມສ້າງຕັ້ງ ຈຳນວນເກືອບຮ້ອຍທ່ານໄດ້ເຂົ້າຮ່ວມເວທີປາໄສດັ່ງກ່າວ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC