BEIJING FOREIGN

STUDIES UNIVERSITY

ພິທີເປີດສົກຮຽນສໍາລັບນັກສຶກສາຊຸດ 2021 ຂອງ ມພຕປ

发布时间:2021-09-19

ວັນທີ 7 ກັນຍານີ້, ພິທີເປີດສົກຮຽນສໍາລັບນັກສຶກສາຊຸດ 2021 ຂອງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຈັດຂຶ້ນພາຍໃຕ້ບັນຍາກາດຄຶກຄື້ນ ທີ່ ສະໜາມກິລາຢູ່ວິທະຍາເຂດພາກຕາເວັນອອກຂອງໂຮງຮຽນ. ການເປີດຊຸດຮຽນໃນຄັ້ງນີ້, ມີນັກສຶກສາລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ພ້ອມດ້ວຍນັກສຶກສາຕ່າງປະເທດ ຈຳນວນ 3.400 ຄົນ ຈະໄດ້ເລີ່ມຕົ້ນຊີວິດນັກສຶກສາມະຫາວິທະຍາໄລ. ໃນພິທີເປີດສົກຮຽນຄັ້ງນີ້ ມີ ທ່ານ ຫວູຫົງປົ່ວ(Wu Hongbo), ອະດີດຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າພິເສດດ້ານກິດຈະການທະວີບເອີຣົບຂອງລັດຖະບານຈີນ ທັງເປັນນັກສຶກສາຊຸດ 1973 ຂອງສະຖາບັນພາສາອັງກິດ ມພຕປ; ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ເຈຍເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ, ທ່ານ ຊຸນໂຢຈົ່ງ (Sun Youzhong), ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ, ທ່ານ ຮູຈື້ກ່າງ (Hu Zhigang), ຮອງເລຂາຄະນະພັກ, ປະທານຄະນະກວດກາ ມພຕປ, ທ່ານ ຕິ່ງຮ້າວ (Ding Hao) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ແລະ ທ່ານ ຈ້າວກ່າງ (Zhao Gang) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ. ທ່ານ ຢາງຕັ່ນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຄວາມຊົມເຊີຍຕໍ່ບັນດານັກສຶກສາໃໝ່ ຊຸດ 2021 ແລະ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ “ເລີ່ມຈາກພາສາ, ລື່ນກາຍພາສາ ແລະ ເປັນຜູ້ປະກອບສ່ວນເຂົ້າໃນການພັດທະນາຂອງທົ່ວໂລກ”.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC