BEIJING FOREIGN

STUDIES UNIVERSITY

ມພຕປ ເປີດໂຕປຶ້ມໃໝ່ “ດັດຊະນີທົ່ວໂລກ 2021” ແລະ ປະກາດສະຖິຕິດັດຊະນີຕ່າງໆ

发布时间:2021-09-19

ວັນທີ 3 ກັນຍານີ້, ງານເປີດໂຕປຶ້ມໃໝ່ “ດັດຊະນີທົ່ວໂລກ 2021” ໄດ້ຈັດຂຶ້ນຢູ່ທີ່ສຳນັກພິມຈຳໜ່າຍສິ່ງພິມການສິດສອນແລະຄົ້ນຄວ້າພາສາຕ່າງປະເທດ. ປຶ້ມ “ດັດຊະນີທົ່ວໂລກ 2021” ແມ່ນຜົນງານໄລຍະຕົ້ນຂອງໂຄງການຄົ້ນຄວ້າ “ສ້າງດັດຊະນີເພື່ອສັງເກດສະພາບການທົ່ວໂລກ” ທີ່ນຳພາຄົ້ນຄວ້າໂດຍ ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ ອະທິການບໍດີ ມພຕປ. ດັດຊະນີທີ່ປະກາດນັ້ນປະກອບດ້ວຍ “ດັດຊະນີບົດບາດຂອງອົງການຈັດຕັ້ງສາກົນໃນທົ່ວໂລກ”, “ດັດຊະນີຄວາມສາມາດດ້ານພາສາຂອງປະເທດຕ່າງໆ”, “ດັດຊະນີດ້ານນະວັດຕະກຳໃໝ່ ແລະ ອັດສະລິຍະທົ່ວໂລກ”, “ດັດຊະນີອິດທິພົນຂອງມະຫາວິທະຍາໄລຂອງຈີນໃນທົ່ວໂລກ”, “ດັດຊະນີຄຸນນະພາບດ້ານຮູບແບບຂໍ້ມູນການບັນຊີ” ແລະ “ດັດຊະນີການຂະຫຍາຍຕົວຂອງໂລກາພິວັດ” ເຊິ່ງດັດຊະນີເຫຼົ່ານີ້ລ້ວນແຕ່ແມ່ນດັດຊະນີທີ່ປະກາດເປັນຄັ້ງທຳອິດໃນທົ່ວໂລກ. “ດັດຊະນີຄວາມສາມາດດ້ານການແປພາສາແຫ່ງຊາດ” ແລະ “ດັດຊະນີຄວາມສາມາດດ້ານການແປພາສາຂອງມະຫາວິທະຍາໄລປະເທດຈີນ” ທີ່ເປັນສ່ວນໜຶ່ງຂອງໂຄງການດັ່ງກ່າວ ໄດ້ປະກາດແລ້ວໃນພິທີປະກາດການສ້າງຕັ້ງສູນຄົ້ນຄວ້າຄວາມສາມາດດ້ານການແປພາສາແຫ່ງຊາດ ມພຕປ ໃນເດືອນພຶດສະພາຂອງປີນີ້.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC