BEIJING FOREIGN

STUDIES UNIVERSITY

ມພຕປ ຈັດຄ້າຍພັກຮ້ອນ “ຂົວພາສາຈີນ” ປີ 2021

发布时间:2021-08-23

ໃນລະຫວ່າງວັນທີ 20 ກໍລະກົດ ຫາ ວັນທີ 7 ສິງຫາປີນີ້, ມພຕປ ໄດ້ຈັດໂຄງການແລກປ່ຽນລະຫວ່າງກຸ່ມຄະນະ “ຂົວພາສາຈີນ” ປີ 2021 ໃນຮູບແບບອອນລາຍ ເຊັ່ນ ຄ້າຍພັກຮ້ອນອອນລາຍສຳລັບນັກຮຽນມັດທະຍົມຈາກທະວີບເອີຣົບ ພາຍໃຕ້ຫົວຂໍ້ “ພາສາຈີນ · ຄວາມປະທັບໃຈ” Immersion and Impression, ຄ້າຍພັກຮ້ອນອອນລາຍສຳລັບນັກສຶກສາມະຫາວິທະຍາໄລ ແລະ ຄ້າຍພັກຮ້ອນອອນລາຍ ພາຍໃຕ້ຫົວຂໍ້ “ຊອກສະແຫວງຫາຮ່ອງຮອຍຂອງຈີນ-ເຂດຫຼິງນານ” (ພາສາຈີນ-ພາສາເຢຍລະມັນ) ເປັນຕົ້ນ.

ໂຄງການແລກປ່ຽນລະຫວ່າງກຸ່ມຄະນະ “ຂົວພາສາຈີນ” ປີ 2021 ໃນຮູບແບບອອນລາຍ ໄດ້ກຳນົດຫົວຂໍ້ຫຼັກ ຄື “ເສີມສ້າງຄວາມສາມາດດ້ານພາສາຈີນໃຫ້ເຂັ້ມແຂງ+ສຳຜັດກັບວັດທະນະທຳ” ເຊິ່ງໄດ້ນຳໃຊ້ຮູບການການປະສົມປະສານລະຫວ່າງການຮຽນພາສາຈີນໃນຫ້ອງທີ່ມີນັກຮຽນນັກສຶກສາຈຳນວນໜ້ອຍ ກັບ ການບັນຍາຍດ້ານວັດທະນະທຳໃນຫ້ອງທີ່ມີນັກຮຽນນັກສຶກສາຈຳນວນຫຼາຍ ແລະ ລະຫວ່າງການສອນໃນຮູບແບບການຖ່າຍທອດສົດກັບການສອນໃນຮູບແບບການອັດວິດີໂອແລ້ວສາຍຄືນ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໂຄງການຈາກປະເທດຕ່າງໆສຳຜັດ ແລະ ຮັບຮູ້ເຖິງວັດທະນະທຳຈີນຈາກຫຼາຍແງ່ຫຼາຍມູມ, ຮຽນຮູ້ປະເທດຈີນໃນຍຸກປັດຈຸບັນຢ່າງເລິກເຊິ່ງ ແລະ ຍົກລະດັບພາສາຈີນຂອງຕົນ.

ຄ້າຍພັກຮ້ອນອອນລາຍສຳລັບນັກຮຽນມັດທະຍົມຈາກທະວີບເອີຣົບພາຍໃຕ້ຫົວຂໍ້ “ພາສາຈີນ · ຄວາມປະທັບໃຈ” ແລະ ຄ້າຍພັກຮ້ອນອອນລາຍສຳລັບນັກສຶກສາມະຫາວິທະຍາໄລໄດ້ຈັດກິດຈະກຳຕ່າງໆ, ເຊັ່ນ: ສອນພາສາຈີນ, ຈັດກິດຈະກຳພາຍໃຕ້ຫົວຂໍ້ “ຮວບຮວມວັດທະນະທຳພື້ນເມືອງຂອງຈີນ”, ການບັນຍາຍໃນຫົວຂໍ້ກ່ຽວກັບປະເທດຈີນ, ວິດີໂອກ່ຽວກັບ “ການທັດສະນາຈອນຢູ່ປັກກິ່ງ”, ວິດີໂອກ່ຽວກັບ “ການແນະນຳປະເທດຈີນດ້ວຍຫຼາຍພາສາ” ແລະເນື້ອໃນອື່ນໆ ໂດຍມີຜູ້ເຂົ້າຮ່ວມ 176 ຄົນ ຈາກ 11 ປະເທດ, ເຊັ່ນ: ປະເທດລັດເຊຍ, ຮົງກາລີ, ບຸນກາລີ, ເຊັກໂກ, ແອດສະປາຍ ແລະອື່ນໆ.

ຄ້າຍພັກຮ້ອນອອນລາຍ “ຊອກສະແຫວງຫາຮ່ອງຮອຍຂອງຈີນ-ເຂດຫຼິງນານ” (ພາສາຈີນ-ພາສາເຢຍລະມັນ) ໄດ້ແນໃສ່ການສືບທອດ ແລະ ພັດທະນາວັດທະນະທຳ ແລະ ປະຫວັດສາດຢູ່ເຂດຫຼິງນານຂອງຈີນ ໂດຍມີເນື້ອໃນສາມດ້ານ ຄື ວິຊາການຮຽນພາສາຈີນ, ການສຳຜັດກັບວັດທະນະທຳ ແລະ ການຝຶກ ເຊິ່ງມີຜູ້ເຂົ້າຮ່ວມ 97 ຄົນຈາກ 14 ປະເທດ ເຊັ່ນ ປະເທດເຢຍລະມັນ, ລຸກຊຳບວກ, ປອກຕຸຍການ, ອັງກິດ ແລະ ໂປໂລຍເປັນຕົ້ນ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC