BEIJING FOREIGN

STUDIES UNIVERSITY

ກອງປະຊຸມການສຶກສາພາສາຈີນສາກົນປະຈໍາປີ 2019 ໄດ້ຈັດຂຶ້ນ, ມພຕປ ໄດ້ຮັບນາມມະຍົດເປັນ "ອົງການຮ່ວມມືທີ່ດີເດັ່ນຂອງຈີນ" ເປັນຄັ້ງທີ 5

发布时间:2020-09-22

ແຕ່ວັນທີ 9 ຫາວັນທີ 10 ທັນວານີ້, ກອງປະຊຸມການສຶກສາພາສາຈີນສາກົນປະຈໍາປີ 2019 ໄດ້ຈັດຂຶ້ນຢູ່ເມືອງຊາງຊາ. ທ່ານ Sun Chunlan, ຮອງນາຍົກລັດຖະມົນຕີ, ປະທານສະພາບໍລິຫານຂອງສຳນັກງານໃຫຍ່ ສະຖາບັນຂົງຈື້ ໄດ້ເຂົ້າຮ່ວມພິທີເປີດແລະກ່າວຄຳປາໄສທີ່ສຳຄັນ. ທ່ານ Chen Baosheng ລັດຖະມົນຕີກະຊວງສຶກສາທິການ ທັງເປັນຮອງປະທານ ສະພາບໍລິຫານຂອງສຳນັກງານໃຫຍ່ສະຖາບັນຂົງຈື້ ໄດ້ເປັນປະທານຂອງກອງປະຊຸມຄັ້ງນີ້.

ກອງປະຊຸມຄັ້ງນີ້ ຖືເອົາ "ນະວັດຕະກຳ ແລະການພັດທະນາການສຶກສາພາສາຈີນສາກົນໃນຍຸກສະໄໝໃໝ່" ເປັນຫົວຂໍ້, ໄດ້ຈັດ 1 ເວທີປຶກສາຫາລືຫົວຂໍ້ສະເພາະ ແລະ 32 ກອງປະຊຸມຍ່ອຍ, ເຊິ່ງໄດ້ໝູນອ້ອມຫົວຂໍ້ຕ່າງໆເພື່ອດໍາເນີນການແລກປ່ຽນຄວາມເຫັນເຊິ່ງກັນແລະກັນ ເຊັ່ນ "ທັກສະພາສາຈີນ + ວິຊາຊີບ", ນະໂຍບາຍການສຶກສາຂອງພາສາຈີນ, ມາດຕະຖານ, ຄູອາຈານ, ຕໍາລາຮຽນ, ວິທີການສິດສອນ, ການກວດກາ, ການກໍ່ສ້າງໂຄງການຕົວແບບແລະການລົງເລິກການຮ່ວມມືລະຫວ່າງຈີນກັບຕ່າງປະເທດ. ມີຜູ້ຕາງໜ້າຫຼາຍກວ່າ 1,000 ທ່ານທີ່ມາຈາກສະຖາບັນຂົງຈື້ແລະອົງການການສຶກສາຂອງຈີນໃນ 160 ກວ່າປະເທດແລະເຂດແຄວ້ນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານ Yan Guohua, ສະມາຊິກປະຈຳຄະນະພັກແລະຮອງປະທານາທິບໍດີຂອງ ມພຕປ ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC