HOME > ກ່ຽວກັບ ມພຕປ > ແນະນຳ ມພຕປ ໂດຍຫຍໍ້
>ແນະນຳ ມພຕປ ໂດຍຫຍໍ້
>ຄໍາຂວັນ ແລະ ກາໝາຍ
>ຄະນະນໍາປັດຈຸບັນ
>ຂໍ້ມູນສໍາຄັນ
>ຮູບພາບ ມພຕປ
>ຕິດຕໍ່ພວກເຮົາ

ການແນະນໍາມະຫາວິທະຍາໄລໂດຍຫຍໍ້

ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ເອີ້ນຫຍໍ້ວ່າ “ມພຕປ”) ຕັ້ງຢູ່ຖະໜົນວົງວຽນຮອບສາມເໜືອ ເຂດໄຫຕ້ຽນ ນະຄອນຫຼວງປັກກິ່ງ ເຊິ່ງຖະໜົນວົງວຽນຮອບສາມໄດ້ຂັ້ນແບ່ງມະຫາວິທະຍາໄລອອກເປັນສອງວິທະຍາເຂດ ຄື: ວິທະຍາເຂດຕາເວັນອອກ ແລະ ວິທະຍາເຂດຕາເວັນຕົກ. ມພຕປ ເປັນມະຫາວິທະຍາໄລທີ່ຂຶ້ນກັບກະຊວງສຶກສາທິການໂດຍກົງທີ່ຖືກອະນຸມັດໃນຊຸດທໍາອິດເຂົ້າໃນ“ໂຄງການ 211”ຂອງສະຖາບັນການສຶກສາຊັ້ນສູງ, “ໂຄງການ 985”ເຊິ່ງແມ່ນເວທີຂອງສະຖາບັນການສຶກສາຊັ້ນສູງທີ່ມີນະວັດຕະກໍາດ້ານສາຂາທີ່ໂດດເດັ່ນ ແລະ ເປັນມະຫາວິທະຍາໄລທີ່ນອນໃນໂຄງການການສ້າງຕັ້ງສະຖາບັນການສຶກສາຊັ້ນສູງ “ຊັ້ນນໍາສອງດ້ານ”ທີ່ອະນຸມັດໃນຮອບທໍາອິດ.

ມພຕປ ເປັນສະຖາບັນການສຶກສາຊັ້ນສູງແຫ່ງທໍາອິດ ທີ່ຖືກສ້າງຕັ້ງຂຶ້ນໂດຍພັກກອມມູນິດຈີນ, ເຊິ່ງມີປະຫວັດຄວາມເປັນມາທີ່ໄດ້ສືບທອດມາຈາກກອງໃຫຍ່ພາສາຣັດເຊຍ ວິທະຍາເຂດສາມຂອງມະຫາວິທະຍາໄລການເມືອງແລະການທະຫານຕໍ່ຕ້ານຍີ່ປຸ່ນແຫ່ງປະເທດຈີນ ທີ່ສ້າງຕັ້ງຂຶ້ນໃນປີ 1941 ໃນເມືອງແຢນອານ(Yan’an), ຕໍ່ມາໄດ້ພັດທະນາມາເປັນໂຮງຮຽນພາສາຕ່າງປະເທດກໍາມາທິການທາງທະຫານສູນກາງ ເຊິ່ງໄລຍະຕົ້ນຂຶ້ນກັບສູນກາງພັກກອມມູນິດຈີນ. ພາຍຫຼັງ ສ.ປ. ຈີນໄດ້ຮັບການສະຖາປະນາຂຶ້ນ ກໍໄດ້ຂຶ້ນກັບກະຊວງການຕ່າງປະເທດ, ປີ 1954 ໄດ້ປ່ຽນຊື່ມາເປັນວິທະຍາໄລພາສາຕ່າງປະເທດປັກກິ່ງ, ປີ 1959 ໄດ້ລວມຕົວເຂົ້າກັບສະຖາບັນພາສາຣັດເຊຍປັກກິ່ງ ແລ້ວກາຍເປັນວິທະຍາໄລພາສາຕ່າງປະເທດປັກກິ່ງແຫ່ງ ໃໝ່. ໃນປີ 1980 ໄດ້ຂຶ້ນກັບກະຊວງສຶກສາທິການໂດຍກົງ. ເມື່ອຮອດປີ 1994 ໄດ້ປ່ຽນຊື່ມາເປັນມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງຢ່າງເປັນທາງການ.

ມພຕປ ໄດ້ຮັບອະນຸມັດເປີດການຮຽນການສອນ 101 ພາສາຕ່າງປະເທດ, ໃນປັດຈຸບັນບັນດາກຸ່ມພາສາເອີຣົບ ແລະ ກຸ່ມພາສາອາຊີ-ອາຟຣິກາ ທີ່ເປັນພາສາບໍ່ໄດ້ໃຊ້ເປັນພາສາສື່ສານທາງການສາກົນໄດ້ກວມເປັນຈໍານວນຫຼາຍທີ່ສຸດໃນການສິດສອນໃນປະເທດຈີນ , ທັງເປັນສະຖານທີ່ສ້າງຕັ້ງສາຂາວິຊາທີ່ມີເອກະລັກສະເພາະຊຸດທໍາອິດຂອງກະຊວງສຶກສາທິການ.  ມພຕປ ໄດ້ສ້າງສະພາບລວມໂດຍຖືເອົາຫຼັກສູດພາສາ ແລະ ວັນນະຄະດີຕ່າງປະເທດເປັນຫຼັກ ໂດຍມີຫຼາຍຫຼັກສູດພັດທະນາໄປພ້ອມກັນ ຄື ອັກສອນສາດ, ນິຕິສາດ, ເສດຖະສາດ, ຄຸ້ມຄອງບໍລິຫານ ແລະ ການສຶກສາເປັນຕົ້ນ. ໂດຍຈັດຕາມລໍາດັບຂອງເວລາເປີດການຮຽນການສອນ, ມພຕປ ໄດ້ເປີດການຮຽນການສອນພາສາຕ່າງປະເທດລວມມີດັ່ງຕໍ່ໄປນີ້: ພາສາຣັດເຊຍ, ອັງກິດ, ຝຣັ່ງ, ເຢຍລະມັນ, ແອັດສະປາຍ, ໂປໂລຍ, ເຊັກ, ໂຣມານີ, ຍີ່ປຸ່ນ, ອາຣັບ, ກຳປູເຈຍ, ລາວ, ສີລັງກາ, ມາເລເຊຍ, ຊູແອດ, ປອກຕຸຍການ, ຮົງກາຣີ, ອານບານີ, ບຸນກາລີ, ສະວາຮິລີ (Swahili), ມຽນມາ, ອິນໂດເນເຊຍ, ອີຕາລີ, ກຣົວຊີ, ເຊີເບຍ, ຮາວສາ(Hausa), ຫວຽດນາມ, ໄທ, ຕວັກກີ, ເກົາຫຼີ, ສະໂລວາກີ, ແຟງລັງ, ອູແກຣນ, ໂຮນລັງ, ນອກແວ, ອິດສະລັງ, ດານມາກ, ເກຣັກ, ຟີລິບປິນ, ຮິນດີ(Hindi), ອູຣດູ (Urdu), ຢິວ, ເປີເຊຍ(Persian), ສະໂລເວນີ, ແອັດສະໂຕນີ, ລັດເວຍ, ລັດຕົວນີ, ອຽກລັງ, ມານຕາ, ບັງກລາເທດ, ກາຊັກສະຖານ, ອຸດສະເບກິດສະຖານ, ລາຕິນ(Latin), ສູລູ(Zulu), ກຽກກິດສະຖານ, ພາສຕູ(Pashtu), ສັນສະກິດ, ປາລີ, ອາມຮາຣິກ(Amharic), ເນປານ, ໂຊມາລີ, ທາມິນ(Tamil), ຕວັກເມນິດສະຖານ, ກາຕາລານ(Català), ໂຢຣູບາ(Yoruba), ມົງໂກນ, ອາກເມນີ, ມາດາກາສະກາ, ຊອກຊີ, ອາແຊກໄບຊານ, ອາຟຣິການ(Afrikaans), ມາເຊໂດນີ, ຕັດຈີກິດສະຖານ, ຈືວານາ(Tswana), ເອີນເດເປເລ(Ndebele), ໂກມໍ, ເກຣໂອເລ(Creole) , ໂສນາ(Shona), ທິກຣິນຢາ(Tigrinya), ເບລາຣຸດຊີ, ມາວຣີ(Maori), ທານການ(Tangan), ຊາມົວ, ກູດີສ(Kurdish), ບິສລາມາ(Bislama), ດາຣີ(Dari), ເທທູມ(Tetum), ດີເວຮີ(Dhivehi), ຟິຈີ, ມາວຣີກູກໄອແລນ(Cook Islands Maori), ກິຣຸນດີ(Kirundi), ລຸກຊໍາບວກ, ຣຸວັນດາ, ນີອູ, ທົກພິສິນ(Tok Pisin), ເຈວາ(Chewa), ເຊໂຊໂທ(Sesotho), ສານໂກ(Sango), ທາມາຊິກ (Tamazight), ຈາວາ(Javanese) ແລະ ພຸນຈາບີ(Punjabi). ມພຕປ ໄດ້ຍຶດໝັ້ນໃນຈິດໃຈແຢນອານ ແລະ ຍຶດໝັ້ນຮັບໃຊ້ຍຸດທະສາດແຫ່ງຊາດ, ມາຮອດປັດຈຸບັນ ໄດ້ເປີດພາສາທາງການຂອງບັນດາປະເທດທີ່ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດໝົດ.

ໃນຊຸມປີທີ່ຜ່ານມາ, ມພຕປ ໄດ້ສົ່ງເສີມພັກດັນການປະຕິຮູບຮູບແບບການບໍາລຸງກໍ່ສ້າງບຸກຄະລາກອນຢ່າງແຂງແຮງ, ໄດ້ສ້າງຕັ້ງພະແນກເອກະສານຕໍາລາການຮຽນການສອນເປັນພະແນກທຳອິດໃນບັນດາສະຖາບັນການສຶກສາຊັ້ນສູງພາຍໃນປະເທດຈີນ, ໄດ້ສ້າງຕັ້ງສະຖາບັນເປີຍວ້າຍ(Beiwai), ສະຖາບັນອົງກອນຈັດຕັ້ງສາກົນ ແລະ ສະຖາບັນການສຶກສາສາກົນ, ບົນພື້ນຖານສະຖາບັນອາຊີ-ອາຟຣິກາໃນແຕ່ກອນ, ໄດ້ຂະຫຍາຍສ້າງເປັນສອງສະຖາບັນ ຄື ສະຖາບັນອາຊີ ແລະ ສະຖາບັນອາຟຣິກາ, ໄດ້ສ້າງຕັ້ງຫ້ອງທົດລອງດ້ານປັນຍາປະດິດແລະພາສາມະນຸດທີ່ສໍາຄັນ;  ເພີ່ມທະວີການກໍ່ສ້າງຄວາມອາດສາມາດໃນການເຜີຍແຜ່ສາກົນ, ໄດ້ສ້າງຕັ້ງສະຖາບັນຄົ້ນຄວ້າທີ່ເປັນເອກະລັກສະເພາະຂອງຕົນ ເຊັ່ນ ສະຖາບັນຄົ້ນຄວ້າການເຜີຍແຜ່ວັດທະນະທຳຈີນສູ່ສາກົນ ແລະ ສູນຄົ້ນຄວ້າຄວາມອາດສາມາດໃນການແປພາສາແຫ່ງຊາດ. ຢູ່ ມພຕປ ມີສູນຄົ້ນຄວ້າລະດັບຊາດ ແລະ ລະດັບແຂວງເຖິງ 52 ແຫ່ງ, ໃນນັ້ນມີຖານຄົ້ນຄວ້າທີ່ສຳຄັນດ້ານສັງຄົມວິທະຍາແລະວັດທະນະທຳມະນຸດສາດທີ່ຂຶ້ນກັບກະຊວງສຶກສາທິການ 1 ແຫ່ງ ຄື ສູນຄົ້ນຄວ້າພາສາຕ່າງປະເທດ ແລະ ການສຶກສາແຫ່ງປະເທດຈີນ, ມີຫ້ອງທົດລອງວິທະຍາສາດສັງຄົມແລະປັດຊະຍາທີ່ຂຶ້ນກັບກະຊວງສຶກສາທິການ(ກຳລັງກໍ່ສ້າງ) 1 ຫ້ອງ ຄື ຫ້ອງທົດລອງສຳຄັນດ້ານປັນຍາປະດິດ ແລະພາສາມະນຸດ, ມີສູນຄົ້ນຄວ້າວິທະຍາສາດທີ່ຂຶ້ນກັບຄະນະກຳມະການວຽກງານພາສາ ແລະຕົວໜັງສືແຫ່ງຊາດ 1 ແຫ່ງ ຄື ສູນຄົ້ນຄວ້າການພັດທະນາຄວາມສາມາດດ້ານພາສາສາດແຫ່ງຊາດ, ມີຖານການກໍ່ສ້າງສໍາລັບການຄົ້ນຄວ້າດ້ານພາກພື້ນແລະປະເທດທີ່ຂຶ້ນກັບກະຊວງສຶກສາທິການ 4 ແຫ່ງ ຄື ສູນຄົ້ນຄວ້າເອີຣົບກາງ ແລະເອີຣົບຕາເວັນອອກ, ສູນຄົ້ນຄວ້າຍີ່ປຸ່ນ, ສູນຄົ້ນຄວ້າອັງກິດ ແລະ ສູນຄົ້ນຄວ້າການາດາ, ມີສູນຄົ້ນຄວ້າພາກພື້ນ ແລະປະເທດທີ່ຈົດທະບຽນຢູ່ກະຊວງສຶກສາທິການຈໍານວນ 37 ແຫ່ງ ແລະ ມີສູນຄົ້ນຄວ້າການແລກປ່ຽນດ້ານວັດທະນະທໍາມະນຸດສາດທີ່ຂຶ້ນກັບກະຊວງສຶກສາທິການ 3 ແຫ່ງ ຄື ສູນຄົ້ນຄວ້າການແລກປ່ຽນດ້ານວັດທະນະທໍາມະນຸດຈີນ-ອິນໂດເນເຊຍ, ສູນຄົ້ນຄວ້າການແລກປ່ຽນດ້ານວັດທະນະທໍາມະນຸດຈີນ-ຝຣັ່ງ, ສູນຄົ້ນຄວ້າການແລກປ່ຽນດ້ານວັດທະນະທໍາມະນຸດຈີນ-ເຢຍລະມັນ.  ນອກຈາກນີ້ແລ້ວ, ມພຕປ ຍັງມີຖານການຄົ້ນຄວ້າສຳຄັນດ້ານວິທະຍາສາດສັງຄົມແລະປັດຊະຍານະຄອນປັກກິ່ງ, ຖານຄົ້ນຄວ້າດ້ານການປົກຄອງດ້ວຍກົດໝາຍໃນຂົງເຂດການສຶກສານະຄອນປັກກິ່ງ, ໄດ້ຮັບຄັດເລືອກເປັນຖານເຜີຍແຜ່ພາສາ ແລະ ຕົວໜັງສືແຫ່ງຊາດເຊິ່ງເປັນຊຸດທໍາອິດ, ຖານຄົ້ນຄວ້າຂອງສູນຄົ້ນຄວ້າແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ນະຄອນປັກກິ່ງເປັນຊຸດທໍາອິດ ແລະ ໄດ້ຮັບມອບໝາຍໃຫ້ເປັນສູນປະດິດສ້າງໃໝ່ ແລະປະສານງານດ້ານການຄົ້ນຄວ້າທິດສະດີສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນສະຖາບັນການສຶກສາຊັ້ນສູງຂອງນະຄອນປັກກິ່ງ.

ມພຕປ ໄດ້ຈັດພິມສິ່ງພິມ CSSCI 4 ປະເພດ ຄື: ການຮຽນການສອນແລະການຄົ້ນຄວ້າພາສາຕ່າງປະເທດ, ວັນນະຄະດີຕ່າງປະເທດ, ເວທີສໍາມະນາບັນຫາສາກົນ, ການຄົ້ນຄວ້າການສຶກສາພາສາຕ່າງປະເທດ; ໄດ້ຈັດພິມສິ່ງພິມ CSSCI ສະບັບວາລະສານເພີ່ມເຕີມ 2 ປະເພດ ຄື ການຄົ້ນຄວ້າຈີນໃນສາກົນ ແລະ ການຮຽນການສອນພາສາຣັດເຊຍຂອງຈີນ; ໄດ້ຈັດພິມວາລະສານວິຊາການເປັນພາສາຈີນອື່ນໆ 7 ປະເພດ; ໄດ້ຈັດພິມວາລະສານພາສາສາດປະຍຸກນໍາໃຊ້ຂອງຈີນ(Chinese Journal of Applied Linguistics) ທີ່ເປັນວາລະສານວິຊາການພາສາອັງກິດໃນບັນຊີ ESCI ແລະ ວາລະສານວິຊາການທີ່ໃຊ້ຫຼາຍພາສາຕ່າງປະເທດອີກ 12 ປະເພດ ທີ່ກວມລວມ 7 ພາສາ ຄື: ພາສາອັງກິດ, ຝຣັ່ງ, ແອັດສະປາຍ, ອາຣັບ, ຣັດເຊຍ, ເຢຍລະມັນ ແລະ ປອກຕຸຍການ. ມພຕປ ມີຖານການພິມທີ່ໃຫຍ່ທີ່ສຸດໃນປະເທດສຳລັບຕໍາລາເອກະສານ, ຜະລິດຕະພັນເຄື່ອງສຽງ ແລະເຄື່ອງເອເລັກໂຕນິກທີ່ໃຊ້ພາສາຕ່າງປະເທດຄື: ສໍານັກພິມຈໍາໜ່າຍການຮຽນການສອນ ແລະຄົ້ນຄວ້າພາສາຕ່າງປະເທດ (FLTRP).

ມພຕປ ໄດ້ເປີດສອນ 121 ສາຂາວິຊາລະດັບປະລິນຍາຕີ, ໃນນັ້ນມີ 47 ສາຂາວິຊາແມ່ນໄດ້ເປີດຢູ່ ມພຕປ ແຫ່ງດຽວໃນທົ່ວປະເທດ, 54 ສາຂາວິຊາຖືກຈັດເຂົ້າໃນບັນຊີການສ້າງສາຂາວິຊາປະລິນຍາຕີລະດັບທີໜຶ່ງແຫ່ງຊາດ, 18 ສາຂາວິຊາຖືກຈັດເຂົ້າໃນບັນຊີການສ້າງສາຂາວິຊາປະລິນຍາຕີປະເພດທີໜຶ່ງຂັ້ນແຂວງ, ຜົນການຄົ້ນຄວ້າດ້ານການຮຽນການສອນຂອງ 8 ໂຄງການໄດ້ຮັບລາງວັນສຳລັບຜົນສຳເລັດດ້ານການຮຽນການສອນ ແລະການສຶກສາຢູ່ສະຖາບັນການສຶກສາຊັ້ນສູງຂອງນະຄອນປັກກິ່ງ ໃນປີ 2021, ໃນນັ້ນ, “ຮູບແບບ ມພຕປ ທີ່ສ້າງຄວາມສາມາດດ້ານຄວາມຫຼາກຫຼາຍພາສາຕ່າງປະເທດໃນທົ່ວໂລກ” ໄດ້ຮັບລາງວັນດີເດັ່ນ.

ປັດຈຸບັນ, ມພຕປ ມີ 4 ຫຼັກສູດສຳຄັນລະດັບຊາດ(ລວມຫຼັກສູດກຳລັງກໍ່ສ້າງ) ແລະ 7 ຫຼັກສູດສຳຄັນລະດັບນະຄອນປັກກິ່ງ. ມີ 2 ຫຼັກສູດປະເພດໜຶ່ງສໍາລັບປະລິນຍາເອກ (ພາສາແລະວັນນະຄະດີຕ່າງປະເທດ, ວິທະຍາສາດການບໍລິຫານ ແລະວິສະວະກຳສາດ); ມີ 11 ຫຼັກສູດປະເພດທີໜຶ່ງ ສໍາລັບປະລິນຍາໂທເປັນລະບົບການຄົ້ນຄວ້າ (ຄືພາສາ ແລະວັນນະຄະດີຕ່າງປະເທດ, ພາສາ ແລະວັນນະຄະດີຈີນ, ຂ່າວສານ ແລະການສື່ສານ, ນິຕິສາດ, ລັດຖະສາດ, ທິດສະດີມາກ, ເສດຖະສາດນໍາໃຊ້, ວິທະຍາສາດການບໍລິຫານ ແລະວິສະວະກຳສາດ, ການຄຸ້ມຄອງບໍລິຫານອຸດສາຫະກໍາ ແລະການຄ້າ, ສຶກສາສາດ, ປະຫວັດສາດໂລກ); ມີ 8 ຫຼັກສູດສໍາລັບສາຂາປະລິນຍາໂທ (ຄືການແປພາສາ, ການສຶກສາພາສາຈີນສາກົນ, ທຸລະກິດລະຫວ່າງປະເທດ, ການເງິນ, ຂ່າວສານ ແລະການສື່ສານ, ນິຕິສາດ, ການບັນຊີ ແລະ ການບໍລິຫານອຸດສາຫະກໍາ ແລະການຄ້າ) ເຊິ່ງໄດ້ກວມເອົາ 7 ຂະແໜງວິຊາໃຫຍ່ຄື: ວັນນະຄະດີ, ເສດຖະສາດ, ການບໍລິຫານວິທະຍາ, ນິຕິສາດ, ສຶກສາສາດ, ປະຫວັດສາດ ແລະ ວິສະວະກຳສາດ. ຂະແໜງວິຊາພາສາ ແລະວັນນະຄະດີຕ່າງປະເທດ ຂອງ ມພຕປ ຖືກຈັດເຂົ້າໃນບັນຊີລາຍຊື່ຂະແໜງວິຊາຮັບການກໍ່ສ້າງໃນໂຄງການ “ຊັ້ນໜຶ່ງສອງດ້ານ” ແຫ່ງຊາດ ແລະ ຫຼັກສູດຊັ້ນໜຶ່ງນີ້ກໍໄດ້ຖືກຈັດອັນດັບເປັນປະເພດ A+ ໃນການປະເມີນຫຼັກສູດລະດັບຊາດຮອບທີ 4 ເຊິ່ງເປັນອັນດັບທີໜຶ່ງໃນທົ່ວປະເທດ. “ສຶກສາສາດດ້ານພາສາຕ່າງປະເທດ” ໄດ້ຮັບອະນຸມັດເປັນຂະແໜງວິຊາດີເດັ່ນຢູ່ສະຖາບັນການສຶກສາຊັ້ນສູງໃນນະຄອນຫຼວງປັກກິ່ງ. ປີ 2023, ໃນການປະກາດຜົນ “ການຈັດອັນດັບຫຼັກສູດຂອງມະຫາວິທະຍາໄລໃນທົ່ວໂລກ QS”, ຫຼັກສູດພາສາສາດ ຂອງ ມພຕປ ໄດ້ຈັດຢູ່ອັນດັບທີ 45, ຫຼັກສູດພາສາ ແລະວັນນະຄະດີອັງກິດ ໄດ້ຈັດຢູ່ອັນດັບໃນລະຫວ່າງ 101 ຫາ 150, ຫຼັກສູດພາສາສາດສະໄໝ  ໃໝ່ ຂອງ ມພຕປ ໄດ້ຈັດຢູ່ອັນດັບໃນລະຫວ່າງ 151 ຫາ 200, ເຊິ່ງ ມພຕປ ແມ່ນຢູ່ອັນດັບໜຶ່ງໃນບັນດາສະຖາບັນການສຶກສາປະເພດດຽວກັນໃນປະເທດຈີນ.

ປັດຈຸບັນນີ້ ມພຕປ ມີນັກສຶກສາປະລິນຍາຕີຫຼາຍກວ່າ 5,700 ຄົນ, ນັກສຶກສາປະລິນຍາໂທ ແລະປະລິນຍາເອກຫຼາຍກວ່າ 3,900 ຄົນ ແລະ ມີນັກສຶກສາຕ່າງປະເທດຫຼາຍກວ່າ 1,300 ຄົນ.

ມພຕປ ເອົາໃຈໃສ່ການປະດິດສ້າງໃໝ່ດ້ານກົນໄກຄຸ້ມຄອງບຸກຄະລາກອນ ແລະຍົກລະ ດັບຖັນແຖວຄູອາຈາກຢ່າງຮອບດ້ານ. ປັດຈຸບັນນີ້, ມີພະນັກງານ ແລະຄູອາຈານໃນລະບົບຫຼາຍກວ່າ 1,300 ຄົນ, ນອກຈານນັ້ນ ຍັງມີຄູອາຈານຕ່າງປະເທດເກືອບ 200 ຄົນຈາກ 65 ປະເທດ ແລະເຂດແຄວ້ນ ເຊິ່ງລວມທັງອາຈານຕ່າງປະເທດທີ່ມາສອນໄລຍະສັ້ນ ແລະ ໄລຍະຍາວ. ມພຕປ ມີຄູອາຈານລະດັບສູງຫຼາຍທ່ານເຊັ່ນ: ມີຜູ້ໄດ້ຮັບ “ຫຼຽນໄຊມິດຕະພາບ” ແຫ່ງສາທາລະນະລັດ ປະຊາຊົນຈີນ, ຜູ້ໄດ້ຮັບການຍ້ອງຍໍເປັນອາຈານດີເດັ່ນທົ່ວປະເທດ, ມີຜູ້ຊ່ຽວຊານໄວໜຸ່ມ ແລະໄວກາງຄົນທີ່ໄດ້ປະກອບສ່ວນອັນພົ້ນເດັ່ນໃນລະດັບຊາດ, ສາດສະດາຈານຮັບເຊີນພິເສດຕາມ “ແຜນການປະຕິບັດນະໂຍບາຍຕໍ່ນັກປາດຊາງຈ່ຽງ(Changjiang Scholar)”, “ນັກປາດຊາງຈ່ຽງ” ໄວໜຸ່ມ, ບຸກຄົນນໍາໜ້າໃນຂົງເຂດວິທະຍາສາດສັງຄົມ ແລະປັດຊະຍາໃນແຜນການສະໜັບສະໜູນພິເສດຕໍ່ບຸກຄະລາກອນລະດັບສູງແຫ່ງຊາດ, ອາຈານທີ່ມີຊື່ສຽງໂດ່ງດັງດ້ານການສິດສອນ ແລະ ອາຈານໄວໜຸ່ມດີເດັ່ນ, ມີຄູອາຈານທີ່ຢູ່ໃນບັນຊີລາຍຊື່ຂອງໂຄງການລະດັບຊາດຕ່າງໆ ເຊັ່ນ: ໂຄງການບຸກຄະລາກອນດີເດັ່ນລ້ານຄົນແຫ່ງຊາດ ແລະ ໂຄງການ “ສີ່ອັນໜຶ່ງຊຸດ”ເປັນຕົ້ນ. ຈໍານວນຄູອາຈານຜູ້ມີປະສົບການໃນການຮໍ່າຮຽນຢູ່ຕ່າງປະເທດມີຫຼາຍກວ່າ 90%. ທີມຄູອາຈານຈາກສູນຄົ້ນຄວ້າພາສາຕ່າງປະເທດ ແລະການສຶກສາແຫ່ງປະເທດຈີນ ແລະ ທີມຄູອາຈານບຳລຸງກໍ່ສ້າງບຸກຄະລາກອນດ້ານການຄຸ້ມຄອງທົ່ວໂລກ ແລະອົງການຈັດຕັ້ງສາກົນໄດ້ຖືກສ້າງເປັນ “ທີມງານຄູອາຈານທົ່ວສະຖາບັນການສຶກສາຊັ້ນສູງທົ່ວປະເທດຈີນໂດຍຕາມຮອຍແບບຢ່າງທ່ານ ອາຈານ ຮວງຕ້ານຽນ”.

ມພຕປ ໄດ້ເຊັນສັນຍາການແລກປ່ຽນແລະຮ່ວມມືກັບມະຫາວິທະຍາໄລ ແລະສະຖາບັນວິຊາການ 299 ແຫ່ງ ໃນ 84 ປະເທດ ແລະເຂດແຄວ້ນທົ່ວໂລກ, ໄດ້ສ້າງສາຍພົວພັນການຮ່ວມມືທີ່ເປັນຮູບປະທຳກັບສະຖາບັນການສຶກສາຕ່າງປະເທດທີ່ຊື່ສຽງໂດ່ງດັງໃນໂລກເປັນຈໍານວນຫຼວງຫຼາຍ ເຊັ່ນ ມ. Brown ອາເມຣິກາ, ມ. Edinburgh ອັງກິດ, ມ. Heidelberg ເຢຍລະມັນ, ມ. ພາສາແຫ່ງຊາດ ໂມສໂກ ຣັດເຊຍ, ມ. ໂຕຣອນໂຕ ການາດາ, ວິທະຍາໄລພາສາ ແລະວັດທະນະທໍາບົວລະພາແຫ່ງຊາດ ຝຣັ່ງ, ມ. ໂຕກຽວ ຍີ່ປຸ່ນ, ມ. ເຕັກໂນໂລຊີ ນານຢາງ ສິງກາໂປ ເປັນຕົ້ນ. ມພຕປ ຍັງໄດ້ສ້າງຕັ້ງສະຖາບັນຂົງຈື ແລະຫ້ອງຮຽນຂົງຈືເອກະລາດ 23 ແຫ່ງ ທີ່ຕັ້ງຢູ່ 18 ປະເທດໃນທະວີບອາຊີ, ເອີຣົບ ແລະ ອາເມຣິກາ ເຊິ່ງມີ 7 ແຫ່ງເປັນສະຖາບັນຂົງຈືສາທິດທົ່ວໂລກ. ໂດຍຈັດຕາມລຳດັບເວລາເປີດປ້າຍ, ສະຖາບັນຂົງຈື(ຫ້ອງຮຽນຂົງຈື) ທີ່ ມພຕປ ສ້າງຕັ້ງຂຶ້ນມີດັ່ງນີ້: ສະຖາບັນຂົງຈື Nürnberg-Erlangen ເຢຍລະມັນ; ສະຖາບັນຂົງຈືຢູ່ນະຄອນບຣຸດແຊນ (Brussels) ແບນຊິກ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ ວຽນນາ ໂອຕຣິດ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລໂຣມອີຕາລີ;  ສະຖາບັນຂົງຈືຢູ່ Krakow ໂປໂລຍ; ສະຖາບັນຂົງຈືຢູ່ Liege ແບນຊິກ; ສະຖາບັນຂົງຈືຢູ່ Düesse- ldorf ເຢຍລະມັນ; ສະຖາບັນຂົງຈືຢູ່ ມະຫາວິທະຍາໄລ Eötvös Loránd ຮົງກາລີ; ສະຖາບັນຂົງຈືຢູ່ Sofia ບຸນກາລີ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Palacky ເຊັກ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Munich ເຢຍລະມັນ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລມາລາຢາ (Malaya) ມາເລເຊຍ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລພາສາຕ່າງປະເທດ ສ.ເກົາຫຼີ; ສະຖາບັນຂົງຈືຢູ່ບາເຊໂລນາ ແອັດສະປາຍ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລພາສາແຫ່ງຊາດໂມສໂກ ຣັດເຊຍ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Zayed ເອເມຣັດອາຣັບ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Tirana ອານບານີ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Göttingen ເຢຍລະມັນ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Oxford Brooks ປະເທດອັງກິດ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລໂກລົມໂບ ສີລັງກາ; ສະຖາບັນຂົງຈືການຄ້າຢູ່ວິທະຍາໄລການຄ້າຊັ້ນສູງເອີຣົບ ESCP ຝຣັ່ງ, ຫ້ອງຮຽນຂົງຈືຢູ່ໂຮງຮຽນ Maryknoll  ອາເມຣິກາ ແລະ ຫ້ອງຮຽນຂົງຈືອິນເຕີເນັດຢູ່ມະຫາວິທະຍາໄລເປີດກວ້າງ ອັງກິດ.

ຫໍສະໝຸດຂອງ ມພຕປ ໄດ້ເກັບຮັກສາປຶ້ມພາສາຈີນ ແລະພາສາຕ່າງປະເທດມີຈໍານວນເກືອບ 1,57 ລ້ານກວ່າເຫຼັ້ມ, ປຶ້ມເອເລັກໂຕຣນິກພາສາຈີນ ແລະຕ່າງປະເທດ 2,16 ລ້ານກວ່າເຫຼັ້ມ, ມີໜັງສືພິມວາລະສານພາສາຈີນແລະຕ່າງປະເທດ 1,081 ຊະນິດ, ມີ 107 ຖານຂໍ້ມູນພາສາຈີນ ແລະຕ່າງປະເທດ ເຊິ່ງປະກອບເປັນຈຸດພິເສດຂອງການເກັບຮັກສາຂໍ້ມູນເອກະສານທີ່ຖືເອົາການເກັບຮັກສາຂໍ້ມູນດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາເປັນຕົ້ນຕໍ. ໃນຊຸມປີທີ່ຜ່ານມາ, ຄຽງຄູ່ກັບການພັດທະນາໃນການກໍ່ສ້າງຂະແໜງວິຊາອື່ນໆ, ຫໍສະໝຸດກໍໄດ້ມີການເກັບຮັກສາປຶ້ມວິຊາອື່ນໆຕື່ມອີກເຊັ່ນ: ປຶ້ມວິຊາການເມືອງ, ກົດໝາຍ, ການຕ່າງປະເທດ, ເສດຖະກິດ, ຂ່າວສານ ແລະ ການບໍລິຫານເປັນຕົ້ນ. ມພຕປ ໄດ້ສ້າງຄວາມເຂັ້ມແຂງໃນການກໍ່ສ້າງລະບົບຂໍ້ມູນຂ່າວສານດ້ານການສຶກສາຢ່າງຕໍ່ເນື່ອງ, ໄດ້ສ້າງໃຫ້ມີລະບົບການພັດທະນາດ້ານຂໍ້ມູນຂ່າວສານ ທີ່ມີລັກສະນະ “ເປີດປະຕູ, ເຊື່ອມຕໍ່ກັນ, ອັດສະລິຍະ, ນະວັດຕະກຳ ແລະ ການເຊື່ອມໂຍງກັນ” ແລະ ໄດ້ພັດທະນາຊອບແວ ແລະ ແພລດຟອມຫຼາຍຢ່າງເຊັ່ນ: ໄດ້ສ້າງເວັບໄຊຫຼາຍພາສາ, ເວັບໄຊ ມພຕປ, ສູນຂໍ້ມູນ, ແພລດຟອມການສອນຜ່ານລະບົບອິນເຕີເນັດ ແລະ ຊັບພະຍາກອນການຮຽນການສອນເປັນຕົ້ນ; ສ້າງຫ້ອງຮຽນອັດສະລິຍະ ແລະ ສະພາບແວດລ້ອມອັດສະລິຍະ ເຊິ່ງໄດ້ສ້າງເປັນຫຼາຍຜົນງານທີ່ເປັນຕົວແບບ. ປີ 2021, ມພຕປ ໄດ້ສໍາເລັດວຽກງານຈຸດທົດລອງຢູ່ ມພຕປ ໃນກິດຈະກໍາສ້າງທີມຄູອາຈານທີ່ຮັບຄວາມຊ່ວຍເຫຼືອຈາກປັນຍາປະດິດງວດທີໜຶ່ງທີ່ຂຶ້ນກັບກະຊວງສຶກສາທິການ, ໄດ້ປະກາດ ຂໍ້ລິເລີ່ມ ມພຕປ ວ່າດ້ວຍປັນຍາປະດິດຊ່ວຍຊຸກຍູ້ການພັດທະນາຂອງຄູອາຈານຢູ່ມະຫາວິທະຍາໄລ. ນອກນັ້ນ, ມພຕປ ຍັງໄດ້ສ້າງຕັ້ງຫໍພິພິທະພັນພາສາໃນທົ່ວໂລກ ເພື່ອສ້າງເປັນສະຖານທີ່ໃໝ່ທີ່ພົ້ນເດັ່ນດ້ານພາສາ ແລະ ວັດທະນະທຳ; ຫໍວາງສະແດງປະຫວັດສາດມະຫາວິທະຍາໄລຫຼັງໃໝ່ໄດ້ສຳເລັດການກໍ່ສ້າງ ແລະເປີດນຳໃຊ້ຢ່າງເປັນທາງການ ເຊິ່ງຖືກນຳໃຊ້ໃນການສະແດງຂະບວນວິວັດໃນການສ້າງສາ ມພຕປ ຢ່າງຮອບດ້ານ.

ມພຕປ ຍຶດໝັ້ນໃນການສືບທອດມູນເຊື້ອສີແດງ ແລະ ຮັບໃຊ້ຍຸດທະສາດແຫ່ງຊາດ, ຍຶດຖືແນວຄວາມຄິດສ້າງສາມະຫາວິທະຍາໄລທີ່ “ມີທ່າແຮງດ້ານພາສາຕ່າງປະເທດ, ສ້າງບຸກຄະລາກອນທີ່ມີເອກະລັກສະເພາະ, ບໍາລຸງສ້າງບຸກຄະລາກອນດ້ວຍຄຸນະພາບສູງ ແລະ ເນັ້ນໜັກການສຶກສາຄວາມຮູ້ຮອບດ້ານ” ແລະ ເນື້ອໃນຈິດໃຈຂອງຄຳຂວັນມະຫາວິທະຍາໄລທີ່ວ່າ “ຮຽນຮູ້ດ້ວຍການເປີດໃຈ, ມຸ່ງໝັ້ນປະຕິບັດໃນຕົວຈິງ”, ສົ່ງເສີມວັດທະນະທໍາມະຫາວິທະຍາໄລທີ່ “ທັງຍຶດຖືມູນເຊື້ອວັດທະນະທໍາມະຫາວິທະຍາໄລຄື: “ທັງຖືກຕ້ອງຕາມແນວທາງ, ມີຄວາມຊໍານິຊໍານານ ແລະ ອ່ອນໂຍນສະຫງ່າຜ່າເຜີຍ”, ເສີມສ້າງຈິດໃຈ ມພຕປ, ຈັດຕັ້ງຜັນຂະຫຍາຍໜ້າທີ່ຫຼັກໃນການບຳລຸງສ້າງບຸກຄະລາກອນ ແລະການສ້າງຄົນ, ສ້າງມະຫາວິທະຍາໄລໃຫ້ເປັນແຫຼ່ງພື້ນຖານອັນສຳຄັນໃນການບຳລຸງກໍ່ສ້າງບຸກຄະລາກອນທີ່ມີຄຸນທາດສູງໃນຂົງເຂດວຽກງານທີ່ພົວພັນກັບຕ່າງປະເທດເຊັ່ນ: ຂົງເຂດການຕ່າງປະເທດ, ການແປພາສາ, ການສຶກສາ, ເສດຖະກິດການຄ້າ, ຂ່າວສານ, ກົດໝາຍ, ການເງິນ ເປັນຕົ້ນ. ນັກສຶກສາທີ່ຈົບຈາກ ມພຕປ ຈໍານວນຫຼວງຫຼາຍ ໄດ້ປະກອບການເຂົ້າໃນຂົງເຂດຕ່າງໆທັງພາຍໃນ ແລະຕ່າງປະເທດ, ໄດ້ສ້າງຜົນງານອັນດີເດັ່ນ ແລະ ໄດ້ກາຍເປັນພະນັກງານຫົວຈັກຫຼັກແຫຼ່ງ ແລະເປັນບຸກຄະລາກອນທີ່ສໍາຄັນຂອງສັງຄົມ. ຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນບັນດານັກສຶກສາທີ່ຈົບຈາກ ມພຕປ ນັ້ນ, ໄດ້ມີ 400 ກວ່າທ່ານເຄີຍດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ມີ 2,000 ກວ່າທ່ານເຄີຍດໍາລົງຕໍາແໜ່ງເປັນທີ່ປຶກສາຂອງສະຖານທູດ ສ.ປ. ຈີນ ທີ່ປະຈຳຢູ່ປະເທດຕ່າງໆໃນໂລກ, ດັ່ງນັ້ນ ມພຕປ ຈຶ່ງໄດ້ຮັບສັນຍານາມວ່າ “ແຫຼ່ງສ້າງນັກການທູດຂອງ ສ.ປ. ຈີນ”.

ໃນປັດຈຸບັນ,  ມພຕປ ກຳລັງເຊີດຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຜັນຂະຫຍາຍຢ່າງຮອບດ້ານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ, ປະຕິບັດຕາມຄໍາເຫັນສໍາຄັນກ່ຽວກັບການສຶກສາຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ກ່ຽວກັບການສຶກສາທົ່ວປະເທດ ແລະຈົດໝາຍຕອບເຖິງບັນດາສາດສະດາຈານຜູ້ອາວຸໂສຂອງ ມພຕປ ຈາກທ່ານ ສີຈິ້ນຜິງ, ຜັນຂະຫຍາຍມະຕິກອງປະຊຸມຜູ້ແທນສະມາຊິກພັກຄັ້ງທີ X ແລະ ແຜນການ 5 ປີ ຄັ້ງທີ 14 ຂອງ ມພຕປ, ຍຶດໝັ້ນພາຍໃຕ້ການຊີ້ນໍາຢ່າງຮອບດ້ານຂອງພັກ, ຈັດຕັ້ງປະຕິບັດຍຸດທະສາດທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ມະຫາວິທະຍາໄລຜ່ານການສ້າງບຸກຄະລາກອນ, ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ມະຫາວິທະຍາໄລຜ່ານການພັດທະນາການຄົ້ນຄວ້າວິທະຍາສາດ ແລະສ້າງມະຫາວິທະຍາໄລໃຫ້ຢູ່ໃນອັນດັບນຳໜ້າຂອງໂລກ, ຖືເອົາການສ້າງມະຫາວິທະຍາໄລທີ່ມີລັກສະນະສາກົນ, ມີເອກະລັກສະເພາະ, ມີຄຸນນະພາບສູງ ແລະ ເປັນມະຫາວິທະຍາໄລພາສາຕ່າງປະເທດແບບກວມລວມຊັ້ນນໍາຂອງໂລກເປັນເປົ້າໝາຍ, ຖືເອົາ “ການເຊື່ອມໂຍງລະຫວ່າງພາຍໃນ ແລະຕ່າງປະເທດດ້ວຍພາສາສື່ສານ, ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນຕົວຈິງ” ເປັນພາລະໜ້າທີ່, ບໍາລຸງກໍ່ສ້າງບຸກຄະລາກອນທີ່ມີຈິດໃຈຮັກຊາດ, ມີວິໄສທັດສາກົນ ແລະ ມີຄວາມຮູ້ຄວາມສາມາດດ້ານວິຊາການ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດຊຸກຍູ້ໃຫ້ປະເທດຈີນກ້າວໄປສູ່ໂລກສາກົນດີກວ່າເກົ່າ ແລະ ໃຫ້ທົ່ວໂລກເຂົ້າໃຈຈີນດີຂຶ້ນກວ່າເກົ່າ.