
ປຶ້ມແລະເອກະສານທີ່ຫໍສະໝຸດ ມພຕປ ເກັບຮັກສາໄວ້ໃນປັດຈຸບັນ ໄດ້ກວມເອົາ 74 ພາສາ, ເຊັ່ນ:ພາສາຈີນ, ອັງກິດ, ຝຣັ່ງ, ຣັດເຊຍ, ເຢຍລະມັນ, ແອັດສະປາຍ, ຍີ່ປຸ່ນ ແລະ ອາຣັບ ເປັນຕົ້ນ, ໃນນັ້ນ, ມີປຶ້ມຈຳນວນເກືອບ1,57 ລ້ານເຫຼັ້ມ, ປຶ້ມເອເລັກໂຕຣນິກເຖິງ2,16ລ້ານກວ່າເຫຼັ້ມ,ໜັງສືພິມວາລະສານພາສາຈີນແລະພາສາຕ່າງປະເທດ1,081ປະເພດ, ຂໍ້ມູນເຄື່ອງສຽງແລະວີດີໂອປະເພດຕ່າງໆເຖິງໝື່ນກວ່າອັນ, ວາລະສານເອເລັກໂຕຣນິກພາສາຈີນ ແລະ ພາສາຕ່າງປະເທດ ເຖິງ 38,000 ກວ່າ, ຖານຂໍ້ມູນພາສາຈີນແລະພາສາຕ່າງປະເທດ 107 ຖານຂໍ້ມູນ, ຖານຂໍ້ມູນທີ່ເປັນເອກະລັກສະເພາະ ແລະ ສ້າງເອງມີເຖິງ 9 ຖານຂໍ້ມູນ ເຊິ່ງໄດ້ສ້າງເປັນຈຸດພິເສດໃນການເກັບຮັກສາຂໍ້ມູນເອກະສານ ທີ່ຖືເອົາຂໍ້ມູນດ້ານພາສາວັນນະຄະດີ ແລະ ວັດທະນະທໍາເປັນຕົ້ນຕໍໃນເບື້ອງຕົ້ນ. ໃນຊຸມປີທີ່ຜ່ານມາ,ຄຽງຄູ່ກັບການພັດທະນາກໍ່ສ້າງຂະແໜງວິຊາສະເພາະຕ່າງໆ,ປຶ້ມແລະເອກະສານດ້ານວິຊາສະເພາະອື່ນ ກໍໄດ້ເພີ່ມຂຶ້ນຢ່າງໝັ້ນຄົງ ລວມທັງປຶ້ມແລະເອກະສານດ້ານກົດໝາຍ,ວຽກງານການຕ່າງປະເທດ,ເສດຖະກິດ,ຂ່າວສານແລະການບໍລິຫານອື່ນໆເປັນຕົ້ນ.

ຫໍສະໝຸດກວມເອົາເນື້ອທີ່ທັງໝົດ 23,000 ຕາແມັດ, ລວມມີ 6 ຊັ້ນ, ມີບ່ອນນັ່ງເຖິງ 2,200 ກວ່າບ່ອນ, ມີຫ້ອງອ່ານ ແລະ ຄົ້ນຄວ້າເຖິງ 18 ຫ້ອງ,ຍັງມີຫ້ອງລາຍງານວິຊາການ, ຫ້ອງສໍາມະນາວິຊາການ ແລະ ຫ້ອງຮຽນຝຶກອົບຮົມ; ພ້ອມດຽວກັນນີ້ ຍັງມີສະຖານທີ່ຈັດກິດຈະກຳວັດທະນະທຳ ແລະ ພັກຜ່ອນ ເຊັ່ນຫ້ອງວາງສະແດງ, ຮ້ານກາເຟ ແລະ ອື່ນໆ.
ທົ່ວຫໍສະໝຸດມີສັນຍານອິນເຕີເນັດປົກຫຸ້ມ, ໂດຍມີປ່ອງສົ່ງປຶ້ມຄືນດ້ວຍຕົນເອງໄວ້ບໍລິການຕະຫຼອດ 24 ຊົ່ວໂມງ, ມີອຸປະກອນບໍລິການດ້ວຍຕົນເອງປະເພດຕ່າງໆ, ເຊັ່ນ: ເຄື່ອງພິມ, ເຄື່ອງສຳເນົາເອກະສານ ແລະ ເຄື່ອງສະແກນເອກະສານ, ເຄື່ອງຢືມປຶ້ມ ແລະ ສົ່ງປຶ້ມ, ລະບົບນໍາທາງເອເລັກໂຕຣນິກ, ອຸປະກອນການອ່ານໜັງສືພິມເອເລັກໂຕຣນິກເປັນຕົ້ນ, ໄດ້ຈັດເຂດອ່ານເອກະສານເອເລັກໂຕຣນິກ ແລະ ເຂດຮ່ຳຮຽນເມົາທິມີເດຍ ທັງໄດ້ປະກອບລະບົບສະແດງຂໍ້ມູນທີ່ເຫັນໄດ້ທຸກບ່ອນ.

ຫໍສະໝຸດ ມພຕປ ຍຶດຖືແນວຄວາມຄິດການຮຽນ-ການສອນຂອງ ມະຫາວິທະຍາໄລ ທີ່ວ່າ“ມີທ່າແຮງດ້ານພາສາຕ່າງປະເທດ, ສ້າງບຸກຄະລາກອນທີ່ມີບຸກຄະລິກສະເພາະ, ບຳລຸງສ້າງບຸກຄະລາກອນດ້ວຍຄຸນນະພາບສູງ ແລະ ເນັ້ນໜັກການສຶກສາໃຫ້ມີິຄວາມຮູ້ຮອບດ້ານ”, ຍຶດໝັ້ນການຖືຄົນເປັນກົກ, ໄປຕາມກະແສຍຸກສະໄໝແຫ່ງການພັດທະນາເສດຖະກິດຄວາມຮູ້ ແລະ ການຫັນເປັນດີຈີຕອນ, ສະໜອງການບໍລິການຂໍ້ມູນຂ່າວສານ ແລະ ການສະໜັບສະໜູນດ້ານການຄົ້ນຄວ້າວິຊາການທີ່ຄົບຊຸດ ໃຫ້ແກ່ຜູ້ໃຊ້ບໍລິການໂດຍຜ່ານການສະໜອງຊັບພະຍາກອນເກັບຮັກສາຂໍ້ມູນທີ່ອຸດົມສົມບູນ, ມີສະພາບແວດລ້ອມການຮຽນທີ່ສະດວກສະບາຍ, ມີແນວຄິດການບໍລິການທີ່ເນັ້ນໃສ່ຄວາມຕ້ອງການຂອງຜູ້ໃຊ້ບໍລິການ ແລະ ມີອຸປະກອນການບໍລິການທີ່ທັນສະໄໝ; ພ້ອມດຽວກັນນີ້, ຍັງໄດ້ພະຍາຍາມເກັບຮັກສາຊັບພະຍາກອນການຄົ້ນຄວ້າວິຊາການປະເພດພາສາຕ່າງປະເທດ ແລະ ຊັບພະຍາກອນທີ່ເປັນເອກະລັກສະເພາະ ເພື່ອສ້າງເປັນສູນຂໍ້ມູນຂ່າວສານ ແລະ ສູນແລກປ່ຽນດ້ານວັດທະນະທຳທີ່ເຊື່ອມໂຍງເຂົ້າກັບວັດທະນະທຳທີ່ຫຼາກຫຼາຍ ແລະ ເຊື່ອມຕໍ່ກັບທຸກພາກສ່ວນພາຍໃນມະຫາວິທະຍາໄລ ແລະ ລະຫວ່າງມະຫາວິທະຍາໄລ.
