ໜ້າຫຼັກ > ຂ່າວ > Content

ຮອງປະທານາທິບໍດີ ບູນກາລີ ມາຢ້ຽມຢາມ ມພຕປ

Updated: 2025-10-20

ວັນທີ 15 ຕຸລາ 2025, ທ່ານນາງ Iliana Iotova, ຮອງປະທານາທິບໍດີ ບູນກາລີ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໃຫ້ການຕ້ອນຮັບ..


ທ່ານ ເຈເວີນຈ້ຽນ ໄດ້ແນະນຳສະພາບການຂັ້ນພື້ນຖານຂອງ ມພຕປ ດ້ານການແລກປ່ຽນການຮ່ວມມືສາກົນ ແລະ ການບຳລຸງສ້າງບຸກຄະລາກອນ ກໍຄື ຜົນສຳເລັດຫຼ້າສຸດດ້ານການພັດທະນາແບບເຊື່ອມໂຍງຫຼາຍຂະແໜງວິຊາເຂົ້າກັນ. ທ່ານກ່າວວ່າ: ມພຕປ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການກໍ່ສ້າງ ແລະ ພັດທະນາຂະແໜງວິຊາພາສາບູນກາລີ, ຫວັງວ່າລັດຖະບານ ແລະ ສະຖານທູດບູນກາລີ ປະຈຳຈີນ ສາມາດສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ມພຕປ. ມພຕປ ຍິນດີຈະເສີມຂະຫຍາຍທ່າແຮງດ້ານພາສາຂອງຕົນຢ່າງເຕັມສ່ວນ, ຕັ້ງໜ້າຊຸກຍູ້ການແລກປ່ຽນພົວພັນລະຫວ່າງນັກຄົ້ນຄວ້າວິຊາການໜຸ່ມຂອງສອງປະເທດ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະ ເທດ. ທ່ານນາງ Iliana Iotova ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການພັດທະນາຂະ ແໜງວິຊາສາຍສັງຄົມ, ຫວັງວ່າໃນອະນາຄົດ, ຈະມີການແລກປ່ຽນພົວພັນກັນຫຼາຍກວ່າເກົ່າລະຫວ່າງນັກສຶກສາ ແລະ ນັກຄົ້ນຄວ້າວິຊາການຂອງສອງປະເທດ, ພ້ອມທັງກ່າວວ່າ: ລັດຖະບານບູນກາລີ ຍິນດີຈະທຳຄວາມພະຍາຍາມຮ່ວມກັບ ມພຕປ ເພື່ອເສີມຂະຫຍາຍມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ໜັກແໜ້ນຂຶ້ນຕື່ມອີກໂດຍຜ່ານການຮ່ວມມືດ້ານການສຶກສາ.

ພາຍຫຼັງການພົບປະສອງຝ່າຍ, ທ່ານນາງ Iliana Iotova ໄດ້ປາຖະກະຖາສຳລັບຄູອາຈານ ແລະ ນັກສຶກສາ ມພຕປ ພ້ອມທັງໄດ້ດຳເນີນການສົນທະນາ ແລະ ແລກປ່ຽນນຳກັນ.

ໃນໂອກາດດັ່ງກ່າວ, ທ່ານນາງ Iliana Iotova ຍັງໄດ້ປະດັບຫຼຽນ Saint Cyri-Saint Methodius ອັນດັບໜຶ່ງ ແຫ່ງບູນກາລີ ໃຫ້ທ່ານມາຊີ້ຜູ (Ma Xipu), ນັກຄົ້ນຄວ້າວິຊາການຮັບເຊີນພິເສດຂອງສູນຄົ້ນຄວ້າບູນກາລີ ເພື່ອເປັນການຍ້ອງຍໍສັນລະເສີນການປະກອບ ສ່ວນອັນພົ້ນເດັ່ນຂອງເພິ່ນເຂົ້າໃນການເຜີຍແຜ່ປະຫວັດສາດ ແລະ ວັດທະນະທຳຂອງບູນກາລີຢູ່ຈີນ.