ວັນທີ 21 ພະຈິກ 2025, ພິທີເປີດກອງປະຊຸມເວທີເປິກສາຫາລືລະຫວ່າງອະທິການບໍດີມະຫາວິທະຍາໄລຢູ່ອາຊີ (Asian University Presidents Forum ຫຼື AUPF) ແລະ ກອງປະຊຸມຄົບຄະນະໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວ ພາຍໃຕ້ຫົວຂໍ້ “ເຕັກນິກໃໝ່ ແລະ ການປະສານງານລະຫວ່າງພະແນກການຕ່າງໆ: ບຸກເບີກເສັ້ນທາງໃໝ່ໃນການສ້າງຄວາມເຂັ້ມແຂງ ແລະ ບັນລຸການເຕີບໂຕແບບກວມລວມຂອງການສຶກສາຊັ້ນສູງຢູ່ອາຊີ”. ທ່ານ ເຈເວີນຈ້ຽນ, ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຕາມການເຊື້ອເຊີນ ແລະ ຂຶ້ນກ່າວຄຳເຫັນພາຍໃຕ້ຫົວຂໍ້ “ຂົວຕໍ່ແຫ່ງການສື່ສານທົ່ວໂລກ: ເວທີການບໍລິການພາສາທົ່ວໂລກລະດັບຊາດ ມພຕປ”.
