ວັນທີ 19 ພະຈິກ 2025, ຈຸພັກການນຳ ກະຊວງສຶກສາທິການ ສປ ຈີນ ໄດ້ປະກາດຂໍ້ຕົກລົງກ່ຽວກັບການແຕ່ງຕັ້ງ ແລະ ປົດຕຳແໜ່ງທີ່ກ່ຽວຂ້ອງ ຢູ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼຶ ມພຕປ ໂດຍສະຫາຍ ຫຼີໄຫ ຮັບໜ້າທີ່ເປັນເລຂາຄະນະພັກ ມພຕປ ປ່ຽນແທນສະຫາຍ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ ຜູ້ເກົ່າ. ສະຫາຍ ຫວັງເຈ່ຍອີ້, ສະມາຊິກຈຸພັກການນຳ, ຮອງລັດຖະມົນຕີກະຊວງສຶກສາທິການ, ຜູ້ຮັບຜິດຊອບວຽກງານກວດກາການສຶກສາ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳເຫັນ. ນອກຈາກນີ້, ຍັງມີສະຫາຍ ເກີຢວນເຈ, ຮອງຫົວໜ້າກົມວຽກງານພະນັກງານ ກະຊວງສຶກສາທິການ ແລະ ສະຫາຍ ຢູເຊິນເວີນ, ຮອງເລຂາຄະນະກຳມະການວຽກງານການສຶກສາ ຄະນະພັກນະຄອນຫຼວງປັກກິ່ງໄດ້ເຂົ້າຮ່ວມ ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ເຈເວີນຈ້ຽນ, ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ.
