ໜ້າຫຼັກ > ຂ່າວ > Content

ສົມເດັດ ພະຊາຍາ Letizia Ortiz Rocasolano ຂອງປະເທດແອັດສະປາຍ ຢ້ຽມຢາມ ມພຕປ

Updated: 2025-11-16

ວັນທີ 13 ພະຈິກ 2025, ສົມເດັດ ພະຊາຍາ Letizia Ortiz Rocasolano ຂອງປະເທດແອັດສະປາຍ ໄດ້ຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຣິນໂຢຊຸນ ສະມາຊິກຈຸພັກການນຳ, ຮອງລັດຖະມົນຕີກະຊວງສຶກສາທິການ ແຫ່ງ ສປ ຈີນ, ທ່ານ ຢາງຕັ່ນ ຫົວໜ້າກົມແລກປ່ຽນ ແລະ ການຮ່ວມມືສາກົນ, ທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ, ທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ແລະ ທ່ານ ຈ້າວກ່າງ ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມງານພົບປະ. ນອກຈາກນີ້, ຍັງມີຄູອາຈານ ແລະ ນັກສຶກສາພາກວິຊາພາສາແອັດສະປາຍຈາກຄະນະພາສາແອັດສະປາຍໂຍນ ແລະ ປອກຕຸຍການ, ສະຖາບັນການພົວພັນສາກົນ, ສະຖາບັນການສຶກສາຂອງ ມພຕປ ກໍຄື ຈາກມະຫາວິທະຍາໄລອື່ນໆຢູ່ປັກກິ່ງຈຳນວນ 300 ກວ່າຄົນ ໄດ້ເຂົ້າຮ່ວມງານດັ່ງກ່າວ.


ໃນງານຄັ້ງນີ້, ສົມເດັດ ພະຊາຍາ Letizia Ortiz Rocasolano ແລະ ທ່ານ ເຣິນໂຢຊຸນ, ທ່ານ ຢາງຕັ່ນ, ທ່ານ ວັງຕິ້ງຮົວ ແລະ ທ່ານ ເຈເວີນຈ້ຽນ ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີມອບ-ຮັບປ້າຍລະນຶກ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາ ລົບຕໍ່ຄູອາຈານແອັດສະປາຍທີ່ມາສິດສອນພາສາແອັດສະປາຍຢູ່ ມພຕປ ແລະ ມະຫາວິທະຍາໄລອື່ນໆກ່ອນໝູ່ ໃນຊຸມປີ 50 ສະຕະວັດທີ 20.

ທ່ານ ຊັງຟູລຽງ, ຫົວໜ້າຄະນະພາສາແອັດສະປາຍໂຍນ ແລະ ປອກຕຸຍການ ມພຕປ ໄດ້ແນະນຳຂະບວນການພັດທະນາດ້ານການຮຽນ-ການສອນ ແລະ ການຄົ້ນຄວ້າພາສາແອັດສະປາຍ ກໍຄື  ສະພາບການກໍ່ສ້າງ ຢູ່ ມພຕປ ແລະ ມະຫາວິທະຍາໄລ ອື່ນໆໃນທົ່ວປະເທດຈີນ. ນາງ ມາເຂີອີງ ນັກສຶກສາພາກວິຊາພາສາແອັດສະປາຍ ແລະ ທ້າວ Alberto ນັກສຶກສາພາກວິຊາການພົວພັນສາກົນຂອງ ມພຕປ  ຕ່າງກໍສົນທະນາກັນດ້ວຍພາສາແອັດສະປາຍ ແລະ ພາສາຈີນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ການບັນດານແນວຄິດຕໍ່ກັນ ແລະ ການມີຄຳເຫັນຄ້ອຍຕາມກັນລະຫວ່າງຊາວໜຸ່ມສອງປະເທດຈີນ-ແອັດສະປາຍຕາມເສັ້ນທາງການຮຽນພາສາ.

ສົມເດັດ ພະຊາຍາ Letizia Ortiz Rocasolano ຍັງໄດ້ຊອກຮູ້ກ່ຽວກັບຜົນການຮຽນ-ການສອນ, ການຄົ້ນຄວ້າພາສາແອັດສະປາຍ ແລະ ການແລກປ່ຽນພົວພັນ ຂອງ ມພຕປ, ພ້ອມທັງໄດ້ດຳເນີນການແລກປ່ຽນດ້ວຍຄວາມສະໜິດສະໜົມ ແລະ ຄວາມເປັນມິດກັບຄູອາຈານ ແລະ ນັກສຶກສາທີ່ເຂົ້າຮ່ວມງານຄັ້ງນີ້.