ໜ້າຫຼັກ > ຂ່າວ > Content

ກອງປະຊຸມເສວະນາລະຫວ່າງມະຫາວິທະຍາໄລກ່ຽວກັບການຜັນຂະຫຍາຍ ສົນທິສັນຍາເພື່ອອະນາຄົດ

Updated: 2025-11-02

ວັນທີ 16 ຕຸລາ 2025, ກອງປະຊຸມສຳມະນາລະຫວ່າງມະຫາວິທະຍາໄລກ່ຽວກັບການຜັນຂະຫຍາຍ ສົນທິສັນຍາເພື່ອອະນາຄົດ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພາຍໃຕ້ການເປັນເຈົ້າພາບຮ່ວມຂອງມະຫາວິທະຍາໄລອົງການສະຫະປະຊາຊາດ, ສໍານັກງານອົງການສະຫະປະຊາຊາດປະຈໍາຈີນ, ມພຕປ ແລະ ມະຫາວິທະຍາໄລ Cape Town ອາຟຣິກາໃຕ້ ຊຶ່ງຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄວ້າການບໍລິຫານພາກພື້ນ ແລະ ສາກົນ ມພຕປ.


ທ່ານ ຫຼີຫາຍ, ຮອງຫົວໜ້າກົມສາກົນ ກະຊວງສຶກສາທິການ ສປ ຈີນ, ທ່ານ Guy Ryder, ຮອງເລຂາທິການ ວຽກງານດ້ານນະໂຍບາຍຂອງອົງການສະຫະປະຊາຊາດ, ທ່ານ Themba Kaula, ຫົວໜ້າພະແນກເພື່ອຈັດຕັ້ງຜັນຂະຫຍາຍ ສົນທິສັນຍາເພື່ອອະນາຄົດ ສຳນັກງານເລຂາທິການອົງການສະຫະປະຊາຊາດ, ທ່ານ Siddharth Chatterjee, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປ ຈີນ, ທ່ານ ວັງຕິ້ງຮົວ, ເລຂາຄະນະພັກ ມພຕປ ໄດ້ເຂົ້າຮ່ວມພິທີເປີດ ແລະ ກ່າວຄຳປາໄສ.

ກອງປະຊຸມສຳມະນາຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ “ສົນທິສັນຍາເພື່ອອະນາຄົດ, ປັບ ປຸງການບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນ” ມີຜູ້ຕາງໜ້າຈາກມະຫາວິທະຍາໄລຂອງທຸກທະວີບ, ເຈົ້າໜ້າທີ່ອົງການສະຫະປະຊາຊາດ, ຜູ້ແທນຈາກກະຊວງສຶກສາທິການ, ກະຊວງການຕ່າງປະເທດ ແລະ ສະມາຄົມຊາວໜຸ່ມທົ່ວປະເທດຈີນໄດ້ເຂົ້າຮ່ວມ. ໃນກອງປະຊຸມໄດ້ປະກາດ “ແຜນປະຕິບັດງານວ່າດ້ວຍການຜັນຂະຫຍາຍ ສົນທິສັນຍາເພື່ອອະນາຄົດໂດຍມະຫາວິທະຍາໄລ” ຢ່າງເປັນທາງການ.