ວັນທີ 24 ຕຸລາ 2025, ກອງປະຊຸມເປິກສາຫາລືຄັ້ງທີ 5 ຂອງສະມາຄົມມະຫາ ວິທະຍາໄລພາສາຕ່າງປະເທດທົ່ວໂລກ ຫຼື GAFSU ໄດ້ຈັດຂຶ້ນຢູ່ນະຄອນຮາງໂຈ່ວ ສປ ຈີນ ພາຍໃຕ້ການເປັນເຈົ້າພາບຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ແລະ ຈັດຕັ້ງປະຕິບັດໂດຍມະຫາວິທະຍາໄລພາສາຕ່າງປະເທດເຈີ້ຈ່ຽງ.

ທ່ານ ລິວລີ້ມິນ, ປະທານສະມາຄົມການແລກປ່ຽນສາກົນດ້ານການສຶກສາແຫ່ງ ສປ ຈີນ, ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ສປ ຈີນ, ທ່ານ ເຈເວີນຈ້ຽນ, ປະທານສະພາບໍລິຫານສະມາຄົມ GAFSU, ທັງເປັນອະທິການບໍດີ, ຮອງເລຂາຄະນະພັກ ມພຕປ, ທ່ານ ຈ່າງຮວງໂຈ້, ສະມາຊິກສະພາບໍລິຫານສະມາຄົມ GAFSU, ທັງເປັນເລຂາຄະນະພັກ, ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດເຈີ້ຈ່ຽງ ແລະ ຜູ້ນຳມະຫາວິທະຍາໄລທີ່ເປັນສະມາຊິກຂອງສະມາຄົມ GAFSU ຈຳນວນ 24 ແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມຄັ້ງນີ້ດຳເນີນໄປພາຍໃຕ້ຫົວຂໍ້ “ມຸ່ງໜ້າສູ່ອະນາຄົດ, ເຕັກນິກດີຈີຕອນ ແລະ ອັດສະລິຍະເປັນກຳລັງຊຸກຍູ້, ການພັດທະນາແບບເຊື່ອມໂຍງເຂົ້າກັນ” ໂດຍມີຊ່ຽວຊານ ແລະ ນັກຄົ້ນຄວ້າຈຳນວນ 170 ກວ່າທ່ານ ຈາກມະຫາວິທະຍາໄລ ແລະ ສະຖາບັນການສຶກສາປະມານ 60 ແຫ່ງຂອງ 27 ປະເທດໃນທົ່ວໂລກໄດ້ເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວ, ສະມາຄົມ GAFSU ໄດ້ປະກາດ “ຂໍ້ລິເລີ່ມ ວ່າດ້ວຍການຮ່ວມມືກັນຊຸກຍູ້ການພັດທະນາຢ່າງປະດິດສ້າງໃໝ່ຂອງການສຶກສາ, ການຄົ້ນຄວ້າດ້ານພາສາໃນຍຸກດີຈີຕອນ ແລະ ອັດສະລິຍະ” ຢ່າງເປັນທາງການ.