ໜ້າຫຼັກ > ຂ່າວ > Content

ວີດີໂອພາຍໃຕ້ຫົວຂໍ້ “ຈີນໃນສາຍຕາຂອງນັກສຶກສາຕ່າງປະເທດ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ”

Updated: 2025-11-18

ໂດຍອີງໃສ່ກຳລັງແຮງຂອງນັກສຶກສາຕ່າງປະເທດທີ່ກຳລັງສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ໄດ້ວາງແຜນ ແລະ ສ້າງວີດີໂອສັ້ນຈຳນວນໜຶ່ງ ພາຍໃຕ້ຫົວຂໍ້ສະເພາະກ່ຽວກັບຜົນສຳເລັດດ້ານການພັດທະນາຂອງຈີນໃນຍຸກໃໝ່. ວີດີໂອຕ່າງໆແມ່ນຖືເອົານັກສຶກສາ ຈາກປະເທດຕ່າງໆເປັນຕົວລະຄອນຫຼັກ ແລະ ກວມລວມຫຼາຍຫົວຂໍ້ກ່ຽວກັບການຫັນເປັນທັນສະໄໝແບບຈີນ ທີ່ເພື່ອນມິດຕ່າງປະເທດໃຫ້ຄວາມສົນໃຈເປັນຢ່າງສູງ ເຊັ່ນ: ການຊຳລະຜ່ານລະບົບເອເລັກໂຕຣນິກ, ການສັ່ງອາຫານແບບອັດສະລິຍະຢູ່ໃນຮ້ານ, ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ການແລກປ່ຽນວັດທະນະທຳ, ການສັ່ງຊື້ອາຫານທາງອອນລາຍ, ການຊົມໃຊ້ລົດຖີບສາທາລະນະເປັນຕົ້ນ ໂດຍນຳໃຊ້ຫຼາຍພາສາ ເຊັ່ນ: ພາສາຈີນ, ອັງກິດ, ຣັດເຊຍ, ຝຣັ່ງ, ຍີ່ປຸ່ນ, ເກົາຫຼີ ແລະອື່ນໆ.

I

 

II

 

III

IV

V

VI