ໜ້າຫຼັກ > ຂ່າວ > Content

ທ່ານ ເຈເວີນຈ້ຽນ ພ້ອມດ້ວຍຄະນະຜູ້ແທນໄປຢ້ຽມຢາມ 3 ປະເທດຢູ່ອາຟຣິກາຕາເວັນອອກ

Updated: 2025-07-13

ລະຫວ່າງວັນທີ 22 ມິຖຸນາ ຫາ ວັນທີ 1 ກໍລະກົດ 2025, ທ່ານ ເຈເວີນຈ້ຽນ, ອະທິການບໍດີ, ຮອງເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມປະເທດຣູວັນດາ, ອູກັນດາ ແລະ ເຄັນຍາ ໂດຍໄດ້ຢ້ຽມຢາມມະຫາວິທະຍາໄລຣູວັນດາ, ມະຫາວິທະຍາໄລ Makerere, ວິທະຍາໄລເຕັກໂນໂລຊີ ຫຼູຢາງຈື, ສູນສັງເກດການພັດທະນາ ອູກັນດາ, ມະຫາວິທະຍາໄລ Kenyatta, ມະຫາວິທະຍາໄລໄນໂລບີ ແລະ ຄັງປັນຍາ ເພື່ອເປິກສາຫາລືກ່ຽວກັບການແລກປ່ຽນ ແລະ ການຮ່ວມມືໃນຕໍ່ໜ້າ; ໄດ້ໄປຢ້ຽມຢາມສະຖານທູດ ຈີນ ປະຈຳ ຣູວັນດາ, ສະຖານທູດຈີນ ປະຈຳ ອູກັນດາ ແລະ ສະຖານທູດຈີນ ປະຈຳ ເຄັນຍາ; ໄດ້ພົບປະສົນທະນາກັບນັກຂ່າວຜູ້ທີໜຶ່ງຂອງສໍານັກຂ່າວສານຊິນຮວາທີ່ປະຈຳການຢູ່ອູກັນດາ; ໄດ້ໄປຢ້ຽມຢາມພະແນກຜູ້ອຳນວຍການ ຂອງ ບໍລິສັດວິສະວະກຳໂຍທາທິການແຫ່ງຊາດຈີນ (ສາຂາ ຣູວັນດາ), ທີມແພດຈີນທີ່ໄປຊ່ວຍເຫຼືອຣູວັນດາ, ບໍລິສັດ StarTimes ສາຂາ ອູກັນດາ, ບໍລິສັດວິສະວະກຳໂຍທາທິການ ແຫ່ງຊາດຈີນ (ຂາສາ ເຄັນຍາ), ສຳນັກງານໃຫຍ່ຢູ່ທະວີບອາຟຣິກາຂອງສຳນັກຂ່າວສານຊິນຮວາ, ຫ້ອງການເຄັນຍາ ຂອງ ບໍລິສັດ CRBC , ອາຄານທະນາຍຄວາມ ຈິ່ງຊື່ ສາຂາທະວີບອາຟຣິກາ ແລະ ອົງການອື່ນໆ; ໄດ້ຈັດກອງປະຊຸມສຳມະນາວິຊາການສອງຄັ້ງ ຮ່ວມກັບສູນສັງເກດການພັດທະນາອູກັນດາ ແລະ ມະຫາວິທະຍາໄລໄນໂລບີຕາມລຳດັບ ພ້ອມທັງໃຫ້ສຳພາດຕໍ່ສື່ມວນຊົນ. ການຢ້ຽມຢາມຄັ້ງນີ້ແມ່ນເປັນຄັ້ງທຳອິດທີ່ຄະນະຜູ້ແທນ ມພຕປ ໄປຢ້ຽມຢາມມະຫາວິທະຍາໄລຢູ່ປະເທດ ຣູວັນດາ ແລະ ອູກັນດາ ເຊິ່ງໄດ້ບັນລຸຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງກັບເພື່ອນຮ່ວມງານຢູ່ສາມປະເທດອາຟຣິກາຕາເວັນອອກກ່ຽວກັບບັນຫາຕ່າງໆ ເຊັ່ນ:ການເພີ່ມທະວີການຮ່ວມມືດ້ານການຮຽນ-ການສອນ ແລະ ການບຳລຸງສ້າງບຸກຄະລາກອນສະເພາະດ້ານພາສາ ແລະ ວັດທະນະທຳອາຟຣິກາ, ການດຳເນີນການຄົ້ນຄວ້າຮ່ວມກັນກັບມະຫາວິທະຍາໄລ ແລະ ນັກຄົ້ນຄວ້າທີ່ມີຊື່ສຽງຂອງທ້ອງຖິ່ນໃນຂົງເຂດຕ່າງໆ ເຊັ່ນ: ການຄົ້ນຄວ້າປະເທດ ແລະ ພາກພື້ນ, ການຂະຫຍາຍການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ວິສາຫະກິດ, ການໄປຝຶກງານ ແລະ ທັດສະນະສຶກສາຢູ່ຕ່າງປະເທດຂອງນັກສຶກສາ ພ້ອມທັງໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືຫຼາຍສະບັບ. ການຢ້ຽມຢາມຄັ້ງນີ້ໄດ້ເສີມສ້າງມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງຝ່າຍໃຫ້ກ້າວສູ່ລວງເລິກ ແລະ ໄດ້ຂະຫຍາຍຂົງເຂດການຮ່ວມມື ເຊິ່ງເປັນການຢ້ຽມຢາມທີ່ປະສົບຜົນສຳເລັດຢ່າງຈົບງາມ.