ໜ້າຫຼັກ > ຂ່າວ > Content

ທ່ານ ເຈເວີນຈ້ຽນ ພ້ອມດ້ວຍຄະນະ ໄປຢ້ຽມຢາມປະເທດບຣາຊິນ ແລະ ເຂົ້າຮ່ວມກອງປະຊຸມພົບປະສົນທະນາລະຫວ່າງອະທິການບໍດີມະຫາວິທະຍາໄລ ຈີນ-ບຣາຊິນ

Updated: 2025-06-14

ລະຫວ່າງວັນທີ 2 ຫາ 6 ມິຖຸນາ 2025, ທ່ານ ເຈເວີນຈ້ຽນ, ອະທິການບໍດີ, ຮອງເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມປະເທດບຣາຊິນ ແລະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງອະທິການບໍດີມະຫາວິທະຍາໄລ ຈີນ-ບຣາຊິນ ທີ່ຈັດຂຶ້ນຢູ່ນະຄອນບຣາຊີເລຍ, ໂດຍໄດ້ເຂົ້າຮ່ວມພົບປະກັບການນຳມະຫາວິທະຍາໄລທີ່ເປັນຄູ່ຮ່ວມມືຢູ່ປະເທດບຣາຊິນ, ແລະ ໄດ້ຢ້ຽມຢາມສະຖານທູດຈີນປະຈຳບຣາຊິນ, ມະຫາວິທະຍາໄລສະຫະພັນແຫ່ງອາເມລິກາລາຕິນທີ່ລວມຕົວກັນ (UNILA), ອົງການປົກຄອງນະຄອນ Foz do Iguaçu.


ໃນກອງປະຊຸມພົບປະສົນທະນາລະຫວ່າງອະທິການບໍດີມະຫາວິທະຍາໄລ ຈີນ-ບຣາຊິນ ທີ່ຈັດຂຶ້ນໃນວັນທີ 3 ມິຖຸນາ 2025, ມະຫາວິທະຍາໄລຂອງຈີນ ແລະ ບຣາຊິນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບ ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ຫວັງເຈ່ຍອີ້, ຮອງລັດຖະມົນຕີກະຊວງສຶກສາທິການ ສປ ຈີນ ແລະ ທ່ານ David Marcus, ຮອງລັດຖະມົນຕີຜູ້ຮັບຜິດຊອບວຽກງານການສຶກສາຊັ້ນສູງຂອງກະຊວງສຶກສາທິການ ບຣາຊິນ. ທ່ານ ເຈເວີນຈ້ຽນ ອະທິການບໍດີ ມພຕປ ກັບ ທ່ານ ນາງ Diana Pereira, ອະທິການບໍດີມະຫາວິທະຍາໄລ UNILA ໄດ້ລົງນາມໃນສັນຍາສະເພາະກິດວ່າດ້ວຍການແລກປ່ຽນດ້ານວິຊາການລະຫວ່າງ ມພຕປ ແລະ UNILA. ໃນວາລະການສົນທະນາພາຍໃຕ້ຫົວຂໍ້ສະເພາະຂອງກອງປະຊຸມພົບປະສົນທະນາລະຫວ່າງອະທິການບໍດີມະຫາວິທະຍາໄລ ຈີນ-ບຣາຊິນ, ທ່ານ ເຈເວີນຈ້ຽນ ໄດ້ກ່າວຄຳເຫັນພາຍໃຕ້ຫົວຂໍ້ສະເພາະ “ການສົນທະນາກັບທົ່ວໂລກ ແລະ ການແລກປ່ຽນຂ້າມວັດທະນະທໍາ: ການປະຕິບັດຕົວຈິງຂອງ ມພຕປ ໃນການຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງອະລິຍະທຳຈີນ-ບຣາຊິນ”.