ວັນທີ 18 ມິຖຸນາ 2025, ທ່ານ Wong Kah Woh, ຮອງລັດຖະມົນຕີກະຊວງສຶກສາທິການ ມາເລເຊຍ ໄດ້ມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ, ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ແລະ ທ່ານ ຈ້າວກ່າງ, ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໃຫ້ການຕ້ອນຮັບ.

ທ່ານ ເຈເວີນຈ້ຽນ ໄດ້ແນະນຳສະພາບການພື້ນຖານຂອງ ມພຕປ ໃນດ້ານການບຳລຸງສ້າງບຸກຄະລາກອນ, ການພົວພັນສາກົນ, ການພັດທະນາຂະແໜງວິຊາຕ່າງໆ, ພ້ອມທັງໄດ້ສະແດງຄວາມຫວັງວ່າ: ຈະສາມາດຖືເອົາການມາຢ້ຽມຢາມຄັ້ງນີ້ ເປັນໂອກາດເພີ່ມທະວີການຮ່ວມມືກັບທຸກຝ່າຍຂອງປະເທດມາເລເຊຍ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາດ້ານການສຶກສາ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດ ແລະ ໃນພາກພື້ນ. ທ່ານ Wong Kah Woh ກ່າວວ່າ: ກະຊວງສຶກສາທິການ ມາເລເຊຍ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການແລກປ່ຽນ ແລະ ພົວພັນກັບ ມພຕປ, ຫວັງວ່າໃນອະນາຄົດ ຈະສາມາດດຳເນີນການຮ່ວມມືທີ່ເປັນຮູບປະທຳໃນດ້ານການຄົ້ນຄວ້າການສອບເສັງວັດລະດັບພາສາ, ການແລກປ່ຽນຄູອາຈານ ແລະ ນັກສຶກສາ, ການຈັດສຳມະນາວິຊາການ ແລະອື່ນໆ.
ຈາກນັ້ນ, ຄະນະຜູ້ແທນກະຊວງສຶກສາທິການມາເລເຊຍ ໄດ້ໄປຢ້ຽມຢາມຫ້ອງການການຮຽນ-ການສອນ ແລະ ການຄົ້ນຄວ້າດ້ານພາສາມາເລເຊຍ ຄະນະອາຊີ ແລະ ສູນຄົ້ນຄວ້າມາເລເຊຍ.