ໜ້າຫຼັກ > ຂ່າວ > Content

ທ່ານ ວັນມູຫະມັດ ນໍ ມະທາ ປະທານລັດຖະສະພາ, ປະທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ມາຢ້ຽມຢາມ ມພຕປ

Updated: 2025-06-29

ວັນທີ 23 ມິຖຸນາ 2025, ທ່ານ ວັນມູຫະມັດ ນໍ ມະທາ ປະທານລັດຖະສະພາ, ປະທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ວັງຕິ້ງຮົວ, ເລຂາຄະນະພັກ ມພຕປ ແລະ ທ່ານ ຈ້າວກ່າງ, ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໃຫ້ການຕ້ອນຮັບ.


ທ່ານ ວັງຕິ້ງຮົວ ກ່າວວ່າ: ຕະຫຼອດໄລຍະ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ ແລະ ໄທ, ສອງປະເທດໄດ້ສ້າງສາຍພົວພັນທີ່ສະໜິດແໜ້ນ ເໝືອນດັ່ງເປັນຄອບຄົວດຽວກັນ, ການມາຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເຂົ້າໃນການລົງເລິກຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງຝ່າຍ ແລະ ເພີ່ມພູນຄູນສ້າງມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຝ່າຍ. ທ່ານຍັງໄດ້ສະແດງຄວາມຫວັງວ່າ: ຈະຮ່ວມມືກັບຝ່າຍໄທ ເພື່ອຊອກຫາໂອກາດການຮ່ວມມືໃນການບຳລຸງສ້າງບຸກຄະລາກອນທີ່ດີເດັ່ນໃຫ້ຫຼາຍກວ່າເກົ່າ. ທ່ານ ວັນມູຫະມັດ ນໍ ມະທາ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ມພຕປ ໃນການເສີມສ້າງມິດຕະພາບຈີນ-ໄທ ພ້ອມທັງໄດ້ສະແດງຄວາມຍິນດີ ແລະ ສະໜັບສະໜູນການແລກປ່ຽນ ແລະ ການສົນທະນາກັນລະຫວ່າງຊາວໜຸ່ມຂອງສອງປະເທດ.

ຈາກນັ້ນ, ທ່ານ ວັນມູຫະມັດ ນໍ ມະທາ ໄດ້ພົບປະ ແລະ ສົນທະນາກັບຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາ ມພຕປ ກ່ຽວກັບຫຼາຍບັນຫາ ເຊັ່ນ: ສາຍພົວພັນຈີນ-ໄທ, ການແລກປ່ຽນດ້ານການສຶກສາ ແລະ ການເຕີບໂຕຂອງຊາວໜຸ່ມເປັນຕົ້ນ.