ໜ້າຫຼັກ > ຂ່າວ > Content

ທ່ານ ເຈເວີນຈ້ຽນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງສຶກສາທິການ ຈີນ-ອາຊີກາງ ຄັ້ງປະຖົົມມະເລີກ, ກອງປະຊຸມລັດຖະມົນຕີກະຊວງສຶກສາທິການຂອງບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 9 ແລະ ງານສໍາຄັນອື່ນໆ

Updated: 2025-05-24

ລະຫວ່າງວັນທີ 11 ຫາ 13 ພຶດສະພາ 2025, ກອງປະຊຸມຄັ້ງທີ 8 ຂອງອະນຸກຳມະການການສຶກສາລະຫວ່າງຈີນ-ເບລາຣຸດຊີ, ກອງປະຊຸມລັດຖະມົນຕີກະຊວງສຶກສາທິການ ຈີນ-ອາຊີກາງ ຄັ້ງປະຖົມປະເລີກ, ກອງປະຊຸມປະຈຳປີ 2025 ລະຫວ່າງບັນດາມະຫາວິທະຍາໄລຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້, ກອງປະຊຸມລັດຖະມົນຕີກະຊວງສຶກສາທິການຂອງບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 9 ແລະ ກອງປະຊຸມອື່ນໆໄດ້ຈັດຂຶ້ນຢູ່ນະຄອນອູຫຼູມູ້ສີ ເຂດຊິ່ນຈ່ຽງ ຂອງຈີນ ເຊິ່ງທ່ານ ເຈເວີນຈ້ຽນ, ອະທິການບໍດີ, ຮອງເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ນຳພາຄະນະຜູ້ແທນໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ.


ຕອນບ່າຍຂອງວັນທີ 11 ພຶດສະພາ 2025 ໄດ້ຈັດກອງປະຊຸມຄັ້ງທີ 8 ຂອງອະນຸກໍາມະການການສຶກສາລະຫວ່າງຈີນ-ເບລາຣຸດຊີ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອູເຢນ, ຮອງລັດຖະມົນຕີກະຊວງສຶກສາທິການ ສປ ຈີນ ແລະ ທ່ານ Andrei Ivanets, ລັດຖະມົນຕີກະຊວງສຶກສາທິການ ເບລາຣຸດຊີ. ໃນເວລາດຳເນີນກອງປະຊຸມ, ທ່ານ ເຈເວີນຈ້ຽນ ອະທິການບໍດີ ມພາຕປ ກັບ ທ່ານ Andrei D. Karol, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ເບລາຣຸດຊີ ແລະ ທ່ານ ນາງ Natalia Rapcheva, ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດແຫ່ງຊາດ Minsk ໄດ້ຮ່ວມກັນເປີດປ້າຍສູນແລກປ່ຽນດ້ານວັດທະນະທຳຈີນ-ເບລາຣຸດຊີ.

ຕອນເຊົ້າວັນທີ 12 ພຶດສະພາ 2025 ໄດ້ຈັດກອງປະຊຸມລັດຖະມົນຕີກະຊວງສຶກສາທິການຈີນ-ອາຊີກາງ ຄັ້ງປະຖົົມມະເລີກ ເຊິ່ງທ່ານ ຮວຍຈິ້ນເຜິງ, ລັດຖະມົນຕີກະຊວງສຶກສາທິການ ສປ ຈີນ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້ສະເພາະ. ໃນເວລາປະກາດບັນດາຜົນສຳເລັດ, ທ່ານ ເຈເວີນຈ້ຽນ ອະທິການບໍດີ ມພຕປ ແລະ ທ່ານ ນາງ Kendirbaeva, ລັດຖະມົນຕີກະຊວງສຶກສາທິການ ແລະ ວິທະຍາສາດ ສ ກຽກກິດສະຖານ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງມະຫາວິທະຍາໄລພາສາຕ່າງປະ ເທດປັກກິ່ງ ສປ ຈີນ ກັບ ກະຊວງສຶກສາທິການ ແລະ ວິທະຍາສາດ ສ ກຽກກິດສະຖານ.

ລະຫວ່າງວັນທີ 12 ຫາ 13 ພຶດສະພາ 2025 ໄດ້ຈັດກອງປະຊຸມປະຈໍາປີ 2025 ລະຫວ່າງບັນດາມະຫາວິທະຍາໄລຂອງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ເຊິ່ງທ່ານ ເຈເວີນຈ້ຽນ ອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີເປີດ ແລະ ທ່ານ ນາງ ໄຕ້ກຸ້ຍຈູ, ຄະນະບໍດີຄະນະພາສາຣັດເຊຍ ມພຕປ ໄດ້ຂຶ້ນລາຍງານພາຍໃຕ້ຫົວຂໍ້ສະເພາະໃນເວທີປາໄສວ່າດ້ວຍການສຶກສາແບບດິຈິຕອນ ແລະ ອັດສະລິຍະ.

ຕອນເຊົ້າວັນທີ 13 ພຶດສະພາ 2025 ໄດ້ຈັດກອງປະຊຸມລັດຖະມົນຕີກະຊວງສຶກສາທິການຂອງບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 9. ໃນເວລາດຳເນີນກອງປະຊຸມ, ທ່ານ ເຈເວີນຈ້ຽນ ອະທິການບໍດີ ມພຕປ ໃນຖານະຜູ້ຕາງໜ້າຂອງພາກສ່ວນລິເລີ່ມຮ່ວມກັນ ໄດ້ຂຶ້ນເປີດປ້າຍ “ສະຫະພັນການສຶກສາແບບດິຈິຕອນລະຫວ່າງບັນດາປະເທດສະມາຊິກອົງການຈັດຕັ້ງຊຽງໄຮ້” ແລະ “ສູນປະດິດສ້າງໃນການບຳລຸງສ້າງນັກສຶກສາປະລິນຍາເອກລະຫວ່າງຈີນ ແລະ ບັນດາປະເທດສະມາຊິກອົງການຈັດຕັ້ງຊຽງໄຮ້”.