ລະຫວ່າງວັນທີ 5 ຫາ 6 ກັນຍາ 2025, ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ເຂົ້າຮ່ວມພິທີເປີດສົກຮຽນສຳລັບນັກສຶກສາໃໝ່ຂອງສູນປະດິດສ້າງໃໝ່ດ້ານການບຳລຸງສ້າງນັກສຶກສາປະລິນຍາເອກຈີນ-ອົງການຮ່ວມມືຊຽງໄຮ້ຢູ່ ນະຄອນຮາບິນ ແຂວງເຮ່ຫຼົງຈ່ຽງ. ມີທ່ານ ອູຢຽນ(Wu Yan), ຮອງລັດຖະມົນຕີກະຊວງສຶກສາທິການ ຈີນ, ທ່ານ ຊຸຍຮົງປໍ(Sui Hongbo), ຮອງເຈົ້າແຂວງແຂວງເຮ່ຫຼົງຈ່ຽງ, ທ່ານ Kharitonchik Sergey Vasilievich, ອະທິການບໍດີມະຫາວິທະຍາໄລເຕັກໂນໂລຊີແຫ່ງຊາດເບລາຣຸດຊີ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນພິທີ, ທ່ານ ເຈເວີນຈ້ຽນ ໄດ້ມີຄຳເຫັນໃນຖານະເປັນຜູ້ຕາງໜ້າມະຫາວິທະຍາໄລຝ່າຍຈີນຜູ້ດຽວ ແລະ ທ່ານ ລິວຊິ່ນລູ້(Liu Xinlu), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີເປີດປ້າຍເວທີການຮ່ວມມືສາກົນ ສູນປະດິດສ້າງໃໝ່ດ້ານການບຳລຸງສ້າງນັກສຶກສາປະລິນ ຍາເອກຈີນ-ອົງການຮ່ວມມືຊຽງໄຮ້.
