ໜ້າຫຼັກ > ຂ່າວ > Content

ພິທີເປີດສົກຮຽນສໍາລັບນັກສຶກສາຊຸດປີ 2025 ຂອງ ມພຕປ

Updated: 2025-09-20

ພິທີເປີດສົກຮຽນສໍາລັບນັກສຶກສາຊຸດປີ 2025 ຂອງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍມີນັກສຶກສາໃໝ່ຈຳນວນ 3.917 ຄົນຈາກທົ່ວປະເທດຈີນ ແລະ 90 ປະເທດໃນໂລກເຂົ້າເປັນສະມາຊິກໃໝ່ຂອງຄອບຄົວໃຫຍ່ ມພຕປ.


ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ເຈ້ຍເຕີຈົງ (Jia Dezhong), ທ່ານ ຊູ່ຕ້າເພິງ (Su Dapeng), ຮອງເລຂາຄະນະພັກ ມພຕປ, ທ່ານ ຕິ່ງຮ້າວ (Ding Hao), ທ່ານ ຈ້າວກັ່ງ (ZhaoGang), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ, ທ່ານ Paata Kalandadze, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຊອກຊີ ປະຈຳຈີນ, ທ່ານ ຫວັງຢູຫາວ (Wang Yuhao), ອາດີດນັກສຶກສາຊຸດປີ 2013 ຂອງຄະນະທຸລະກິດລະຫວ່າງປະເທດ ມພຕປ, ທັງເປັນຜູ້ລິເລີ່ມຖານລະບົບການທ່ອງທ່ຽວ ແລະ ການເປັນອາສາສະໝັກ World Without Borders ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່.

ທ່ານ ເຈເວີນຈ້ຽນ ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ໄດ້ສະແດງຄວາມຍິນດີຕ້ອນຮັບນັກສຶກສາໃໝ່ຊຸດປີ 2025 ຢ່າງອົບອຸນ, ໄດ້ຝາກຄໍາຄອງຄອຍ ແລະ ຄວາມຫວັງທີ່ດີຕໍ່ນັກສຶກສາໃໝ່.

ທ່ານ Paata Kalandadze ກໍຄື ຜູ້ຕາງໜ້າ ອາດີດນັກສຶກສາ, ອາຈານ ນັກສຶກສາປະລິນຍາຕີ, ນັກສຶກສາປະລິນຍາໂທ ແລະ ນັກສຶກສາຕ່າງປະເທດ ຕ່າງໄດ້ຂຶ້ນກ່າວຄຳເຫັນຕໍ່ພິທີ.

ທ່ານ ວັງຕິ້ງຮົວ ເລຂາຄະນະພັກ ມພຕປ ໄດ້ປະດັບເຂັມຂັດເຄື່ອງໝາຍໂຮງຮຽນ ແລະ ມອບບັດນັກສຶກສາໃຫ້ຜູ້ຕາງໜ້ານັກສຶກສາໃໝ່.

ຈາກນັ້ນ, ຜູ້ຕາງໜ້ານັກສຶກສາໃໝ່ ໄດ້ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າອາຈານທີ່ເຂົ້າຮ່ວມພິທີເປີດ, ນັກສຶກສາຜູ້ນຳພາອ່ານຄຳສາບານໄດ້ນຳພານັກສຶກສາໃໝ່ທັງໝົດ ອ່ານຄຳສາບານເຂົ້າຮຽນ. ພິທີເປີດສົກຮຽນໃໝ່ໄດ້ສິ້ນສຸດລົງຢ່າງຈົບງາມດ້ວຍການຮ້ອງເພງປະຈຳມະຫາວິທະຍາໄລທີ່ມ່ວນຫູ.