ໜ້າຫຼັກ > ຂ່າວ > Content

ທ່ານ Adam Habib, ອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ພ້ອມດ້ວຍຄະນະມາຢ້ຽມຢາມ ມພຕປ

Updated: 2025-09-06

ວັນທີ 29 ສິງຫາ 2025, ທ່ານ Adam Habib, ອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ຂອງອັງກິດ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ແລະ ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ຕ່າງໄດ້ພົບປະກັບທ່ານ Adam Habib ພ້ອມດ້ວຍຄະນະ. ສອງຝ່າຍໄດ້ເຂົ້າຮ່ວມພິທີເຊັນສັນຍາການຮ່ວມມືກ່ຽວກັບການສ້າງຕັ້ງສະຖາບັນຮ່ວມລະຫວ່າງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແລະ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາ ໄລລອນດອນ.


ມື້ດຽວກັນ, ພາຍໃຕ້ການນຳພາຂອງທ່ານ ເຈເວີນຈ້ຽນ, ຄະນະຜູ້ແທນໄດ້ໄປຢ້ຽມຊົມຫໍມູນເຊື້ອມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແລະ ເຂົ້າຮ່ວມງານຕ້ອນຮັບນັກສຶກສາໃໝ່ຊຸດປີ 2025 ໂດຍໄດ້ສຳຜັດກັບບັນຍາກາດທີ່ຟົດຟື້ນໃນມະຫາວິທະຍາໄລ. ນອກຈາກນີ້, ທ່ານ Adam Habib ຍັງໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້ “ພວກເຮົາຢູ່ໃສ? ບົດບາດຂອງອາຟຣິກາໃຕ້ ແລະ ທະວີບອາຟຣິກາຢູ່ໃນໂລກປັດຈຸບັນ”.