ໜ້າຫຼັກ > ຂ່າວ > Content

ເລຂາຄະນະພັກ ວັງຕິ້ງຮົວ (Wang Dinghua), ໄປຢ້ຽມຢາມປະເທດອິດສະລັງ, ດານມາກ ແລະ ຊູແອັດ

Updated: 2025-09-06

ລະຫວ່າງວັນທີ 21 ຫາ 29 ສິງຫາ 2025, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມປະເທດອິດສະລັງ, ດານມາກ ແລະ ຊູແອັດ ໂດຍໄດ້ໄປຢ້ຽມຢາມມະຫາວິທະຍາ ໄລອິດສະລັງ, ມະຫາວິທະຍາໄລ Akureyri, ມະຫາວິທະຍາໄລ Aarhus ແລະ ມະຫາ ວິທະຍາໄລໂກເປັນຮາກ ຂອງປະເທດດານມາກ, ມະຫາວິທະຍາໄລ Lund ຊູແອັດ, ສະຖາບັນຊູແອັດ (Svenska Institutet), ສະຖານທູດຈີນປະຈຳອິດສະລັງ, ສະຖານທູດຈີນປະຈຳດານມາກ ແລະ ສະຖານທູດຈີນປະຈຳຊູແອັດ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມສະຖາບັນຂົງຈື້ແສງອຸດອນ ມະຫາວິທະຍາໄລອິດສະລັງ, ທະນາຄານແຫ່ງປະເທດຈີນ (ເອີຣົບ) ສາຂາ Stockholm, ສູນຄົ້ນຄວ້າຢູ່ເອີຣົບຂອງກຸ່ມບໍລິສັດໄຟຟ້າຊຽງໄຮ້ ໂດຍໄດ້ຈັດງານສົນທະນາກັບນັກຄົ້ນຄວ້າ ເພື່ອສຳຫຼວດຊອກຮູ້ກ່ຽວກັບສະພາບການຂອງວິສາຫະກິດຈີນ. ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມນັກສຶກສາປະລິນຍາຕີ ມພຕປ ທີ່ໄປແລກປ່ຽນຮ່ຳຮຽນຢູ່ມະຫາວິທະ ຍາໄລອິດສະລັງ, ໄດ້ເຂົ້າຮ່ວມກອງປະຊຸມສົນທະນາກັບສຳມະນາກອນປະເທດຊູແອັດທີ່ເຂົ້າຮ່ວມໂຄງການ “ຄົ້ນພົບປະເທດຈີນ” ປະຈຳປີ 2025 ພ້ອມທັງໄດ້ໄປຢື້ຢາມຖາມຂ່າວບັນດາ ອາດີດນັກສຶກສາທີ່ເຮັດວຽກຢູ່ຂະແໜງການຕ່າງໆຂອງປະເທດດານມາກ ແລະ ຊູແອັດ.