ວັນທີ 31 ກໍລະກົດ 2025, ພິທີເປີດຄ້າຍພັກຮ້ອນ “ຂົວພາສາຈີນ” ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ: “ຮຽນຮູ້ປະເທດຈີນ” ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ ມພຕປ ໂດຍມີ ທ່ານ ເຈ້ຍເຕີຈົງ (Jia Dezhong), ຮອງເລຂາຄະນະພັກ ມພຕປ ແລະ ທ່ານ ລິວເຈ້ນຊິ່ງ (Liu Jianqing), ຮອງຫົວໜ້າສູນຮ່ວມມື ແລະ ແລກປ່ຽນ ພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ຈີນ ໄດ້ເຂົ້າຮ່ວມພິທີເປີດຄ້າຍ ແລະ ກ່າວຄຳປາໄສ, ມີຄູອາຈານ ແລະ ນັກສຶກສາຈຳນວນ 154 ຄົນຈາກ 15 ປະເທດລວມທັງປະເທດເຊັກ, ບູນກາລີ, ໂປໂລຍ, ໂອຕຣິດ, ສເກົາຫຼີ, ມາເລເຊຍ, ແອັດສະປາຍ ແລະ ອີຕາລີເປັນຕົ້ນ ໄດ້ເຂົ້າຮ່ວມພິທີເປີດຄ້າຍດັ່ງກ່າວ.

ຄ້າຍພັກຮ້ອນ “ຂົວພາສາຈີນ” ມພຕປ: “ຮຽນຮູ້ປະເທດຈີນ” ແມ່ນຈັດຕັ້ງປະຕິບັດຮ່ວມກັນໂດຍສູນຮ່ວມມື ແລະ ແລກປ່ຽນ ພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ຈີນ ແລະ ມພຕປ. ໃນຖານະເປັນໂຄງການທີ່ເປັນເຄື່ອງໝາຍດ້ານການສຶກສາພາສາຈີນສາກົນສຳລັບນັກສຶກສາຕ່າງປະເທດ, ຄ້າຍພັກຮ້ອນຍາມໃດກໍຖືເອົາການສົ່ງເສີມຄວາມເຂົ້າໃຈສາກົນ ແລະ ການແລກປ່ຽນຂ້າມວັດທະນະທຳເປັນເປົ້າໝາຍ, ໄດ້ສຸມໃສ່ການສະໜອງປະສົບການຮ່ຳຮຽນພາສາຈີນທີ່ດີໃຫ້ແກ່ນັກສຶກສາຕ່າງປະເທດຈາກປະເທດຕ່າງໆ, ຊ່ວຍ ເຫຼືອສຳມະນາກອນໄດ້ຮຽນຮູ້ກ່ຽວກັບວັດທະນະທຳຈີນ ແລະ ສຳຜັດກັບປະເທດຈີນໃນຍຸກປັດຈຸບັນຢ່າງເລິກເຊິ່ງ ໂດຍຜ່ານກິດຈະກຳຕ່າງໆ ເຊັ່ນ: ການສິດສອນພາສາຈີນ, ການສຳຜັດກັບວັດທະນະທຳ ແລະ ການຢ້ຽມຢາມຢູ່ພາກສະໜາມເປັນຕົ້ນ.