ໜ້າຫຼັກ > ຂ່າວ > Content

ປະທານອົງການປົກຄອງເຂດບໍລິຫານຕົນເອງ Catalunya ຂອງແອັດສະປາຍ ພ້ອມດ້ວຍຄະນະ ມາຢ້ຽມຢາມ ມພຕປ

Updated: 2025-08-16

ວັນທີ 26 ກໍລະກົດ 2025, ທ່ານ Salvador Illa, ປະທານອົງການປົກຄອງເຂດບໍລິຫານຕົນເອງ Catalunya ຂອງແອັດສະປາຍ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ. ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໄດ້ຈັດພິທີພົບປະກັບຄະນະຜູ້ແທນ, ມີ ທ່ານ ຫວັງເຊຢົງ(Wang Xueyong), ຫົວໜ້າກົມ 8 ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ນາງ Marta Betanzos, ເອກອັກຄະລັດຖະທູດ ແອັດສະປາຍ ປະຈຳ ຈີນ ໄດ້ເຂົ້າຮ່ວມການພົບປະຄັ້ງນີ້. ສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ສາຍພົວພັນສອງຝ່າຍຈີນ-ແອັດສະປາຍ, ການບຳລຸງສ້າງບຸກຄະລາກອນ, ການແລກ ປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານພາສາເປັນຕົ້ນ.