ອະລິຍະທຳມີຫຼາກຫຼາຍສີສັນໄດ້ ກໍຍ້ອນມີການແລກປ່ຽນ, ມີຄວາມອຸດົມສົມບູນຂຶ້ນໄດ້ ກໍຍ້ອນໄດ້ຖອດຖອນບົດຮຽນເຊິ່ງກັນແລະກັນ. ເມື່ອປະເຊີນໜ້າກັບສະພາບການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາກ່່ອນໃນຮອບຮ້ອຍປີໃນໂລກ, ອະລິຍະທຳໂລກຮຽກຮ້ອງໃຫ້ມີການສົນທະນາກັນ ແລະ ແລກປ່ຽນເຊິ່ງກັນແລະກັນ. ວິດີໂອ ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ: ຈີນກັບໂລກ ມີຈຸດປະສົງແນໃສ່ການແລກປ່ຽນ ແລະ ການເຊື່ອມໂຍງກັນລະຫວ່າງວັດທະນະທຳຈີນກັບວັດທະນະທຳທີ່ຫຼາກຫຼາຍໃນໂລກ ເພື່ອສະແດງໃຫ້ເຫັນຮູບພາບອັນດີງາມ ທີ່ອະລິຍະທຳຕ່າງໆບັນດານຫົວຄິດເຊິ່ງກັນແລະກັນ ແລະ ຢູ່ຮ່ວມກັນຢ່າງກົມກຽວປອງດອງ ພ້ອມທັງສົ່ງສຽງເພງປະສານກັນແບບ “ຊື່ນຊົມຄຸນຄ່າຂອງກັນແລະກັນ”. ຊ່ຽວຊານດ້ານວັດທະນະທຳ 12 ທ່ານຈາກທຸກແຫ່ງຫົນ ຂອງໂລກ ໄດ້ຮ່ວມກັນເລີ່ມຕົ້ນການແລກປ່ຽນຂ້າມວັດທະນະທຳ ແລະ ເປັນສັກຂີພິຍານແກ່ການສົນທະນາກັນຢ່າງສ້າງສັນລະຫວ່າງອະລິຍະທຳຈີນ ກັບ ອະລິຍະທຳໂລກ.
I
II
III
IV
V
VI
VII
VIII
IX
X