ໜ້າຫຼັກ > ຂ່າວ > Content

ຄະນະທຸລະກິດລະຫວ່າງປະເທດ ມພຕປ ໄດ້ຜ່ານການຢືນຢັນຫຼຽນຄຳສາກົນ ຂອງ BGA ຢ່າງເປັນທາງການ

Updated: 2025-03-07

ວັນທີ 26 ກຸມພາ 2025, ຄະນະທຸລະກິດລະຫວ່າງປະເທດ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ຮັບສານຊົມເຊີຍຢ່າງເປັນທາງການຈາກສະມາຄົມນັກສຶກສາທີ່ຮຽນຈົບສະຖາບັນທຸລະກິດ(BGA) ອັງກິດ ທີ່ສະແດງຄວາມຊົມເຊີຍຕໍ່ຄະນະທີ່ໄດ້ຜ່ານການຢືນຢັນຫຼຽນຄຳສາກົນ ຂອງ BGA ຢ່າງເປັນທາງການ ເຊິ່ງການຢືນຢັນຄັ້ງນີ້ເປັນຄັ້ງທຳອິດ ມີອາຍຸການ 3 ປີ.


ການຢືນຢັນສາກົນ BGA, ການຢືນຢັນສາກົນ AACSB (ສະມາຄົມສົ່ງເສີມສະຖາບັນທຸລະກິດລະຫວ່າງປະເທດ) ແລະ ການຢືນຢັນສາກົນ EQUIS (ລະບົບການປັບປຸງຄຸນນະພາບເອີຣົບ) ຖືກຈັດເປັນລະບົບການຢືນຢັນສຳຄັນທີ່ໜ້າເຊື່ອຖືສູງ 3 ຝ່າຍ ສຳລັບສະຖາບັນທຸລະກິດທົ່ວໂລກ. ການຜ່ານການຢືນຢັນຫຼຽນຄຳສາກົນ ຂອງ BGA ເປັນຂີດໝາຍສະແດງໃຫ້ເຫັນວ່າ ມພຕປ ໄດ້ມີບາດກ້າວສຳຄັນໃນການຊຸກຍູ້ໃຫ້ສະຖາບັນທຸລະກິດລະຫວ່າງປະເທດ ຫັນເປັນສາກົນ ແລະ ຍົກສູງຄຸນນະພາບ.