ວັນທີ 26 ກຸມພາ 2025, ທ່ານ Vebjørn Dysvik, ເອກອັກຄະລັດຖະທູດນອກແວ ປະຈຳຈີນ ໄດ້ນຳພາຄະນະມາຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ໃຫ້ການຕ້ອນຮັບຄະນະຜູ້ແທນດັ່ງກ່າວ. ທັງສອງຝ່າຍໄດ້ພົບປະສົນທະນາກັນກ່ຽວກັບການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການລົງເລິກການຮ່ວມມືອີກບາດກ້າວໜຶ່ງ.

ຫຼັງຈາກການພົບປະ, ທ່ານ Vebjørn Dysvik ໄດ້ພົບປະແລກປ່ຽນຄຳຄິດເຫັນກັບນັກສຶກສາຂອງພາກວິຊາພາສານອກແວ ຄະນະພາສາ ແລະ ວັດທະນະທຳເອີຣົບ.