ໜ້າຫຼັກ > ຂ່າວ > Content

ມພຕປ ໄດ້ຄົ້ນຄວ້າ ແລະ ວາງແຜນວຽກງານໃນສົກຮຽນລະດູໃບໄມ້ປົ່ງ 2025

Updated: 2025-02-21

ວັນທີ 18 ກຸມພາ 2025, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ຈັດກອງປະຊຸມວາງແຜນວຽກງານໃນສົກຮຽນລະດູໃບໄມ້ປົ່ງ 2025 ຢູ່ຫໍປະຊຸມສາກົນຕຶກພາສາອາຣັບ.


ໃນກອງປະຊຸມ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໄດ້ໃຫ້ຄຳຊີ້ນຳຕໍ່ວຽກງານໃນສົກຮຽນລະດູໃບໄມ້ປົ່ງ 2025 ໂດຍເນັ້ນໜັກວຽກງານໃນ 5 ດ້ານ ຄື: ການເພີ່ມພູນຄູນສ້າງຄວາມສາມາດ, ການສຳເລັດ, ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ການສ້າງຖັນແຖວ, ຮັກສາເສັ້ນເພດານຂັ້ນຕ່ຳ. ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ໄດ້ຂຶ້ນກ່າວຄຳເຫັນພາຍໃຕ້ຫົວຂໍ້ “ຢືນຢູ່ກະແສຟອງຂອງຍຸກສະໄໝຢ່າງກ້າຫານ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງມະຫາວິທະຍາໄລພາສາຕ່າງປະ ເທດອັນດັບໜຶ່ງຂອງໂລກ”.

ໃນດ້ານການແລກປ່ຽນສາກົນ ແລະ ການຮ່ວມມືສາກົນ ໄດ້ສະເໜີວ່າ: ຕ້ອງສືບຕໍ່ປັບປຸງ ແລະ ຍົກລະດັບໂຄງການຮ່ວມມືສາກົນ ແລະ ການແລກປ່ຽນທີ່ເປັນຍີ່ຫໍ້ຢ່າງຕໍ່ເນື່ອງ, ສົ່ງເສີມການສ້າງຜົນງານດ້ານການແລກປ່ຽນ ແລະ ການຮ່ວມມືສາກົນໃນລະດັບສູງ ກໍຄື ການຄົ້ນຄວ້າດ້ານວິຊາການໃນລະດັບສູງ, ເພີ່ມທະວີການຊຸກຍູ້ສົ່ງເສີມເຊິ່ງກັນແລະກັນລະຫວ່າງການເຊື້ອເຊີນຈາກຕ່າງປະເທດ ແລະ ການຈັດກິດຈະກຳສຳຄັນພາຍໃນມະຫາວິທະ ຍາໄລ, ຖືເອົາສະມາຄົມມະຫາວິທະຍາໄລພາສາຕ່າງປະເທດທົ່ວໂລກ (GAFSU) ເປັນຈຸດລົງມື, ຖືເອົາການຈັດເວທີເປິກສາຫາລື ແລະ ສຳມະນາປະເພດຕ່າງໆເປັນເວທີ ເພື່ອຮ່ວມກັນຄົ້ນຫາວິທີທາງການພັດທະນາ ແລະ ມາດຕະການປະດິດສ້າງໃໝ່ໃນອະນາຄົດຂອງມະຫາວິທະຍາໄລພາສາຕ່າງປະເທດ.