
ລະຫວ່າງວັນທີ 16 ຫາ 24 ເມສາ 2025, ທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ 3 ປະເທດອາຊີກາງ ຄື: ກາຊັກສະຖານ, ອຸດສະເບກິດສະຖານ ແລະ ກຽກກິດສະຖານ ໂດຍໄດ້ຢ້ຽມຢາມມະຫາວິທະຍາໄລແຫ່ງຊາດກາຊັກສະຖານ Al-Farabi, ມະຫາວິທະຍາໄລການພົວພັນສາກົນ ແລະ ພາສາທົ່ວໂລກ Ablay Khan ແລະ ມະຫາວິທະຍາໄລ Nazarbayev ຂອງກາຊັກສະຖານ, ມະຫາວິທະຍາໄລການທ່ອງ ທ່ຽວສາກົນ ແລະ ມໍລະດົກວັດທະນະທຳ “ເສັ້ນທາງສາຍໄໝ” ອຸດສະເບກິດສະຖານ, ມະຫາ ວິທະຍາໄລພາສາ ແລະ ວັນນະຄະດີແຫ່ງຊາດ Alisher Navoiy Tashkent, ມະຫາ ວິທະຍາໄລ Mirzo Ulugbek ແຫ່ງຊາດຂອງອຸດສະເບກິດສະຖານ, ມະຫາ ວິທະຍາໄລ Jusup Balasagyn ແຫ່ງຊາດ ກຽກກິດສະຖານ ແລະ ມະຫາວິທະຍາໄລແຫ່ງຊາດ Bishkek ຂອງກຽກກິດສະຖານ ເພື່ອເປິກສາຫາລືກ່ຽວກັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງມະຫາວິທະຍາໄລດ້ວຍກັນ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມສະຖານກົງສຸນໃຫຍ່ຂອງຈີນປະຈຳນະຄອນອັນມາອາຕາ, ສະຖານທູດຈີນປະຈຳກາຊັກສະຖານ, ສະຖານທູດຈີນປະຈຳອຸດສະເບກິດສະຖານ, ສະຖານທູດຈີນປະຈຳກຽກກິດສະຖານ, ກະຊວງສຶກສາທິການ ແລະ ວິທະຍາສາດ ກຽກກິດສະຖານ ພ້ອມທັງໄດ້ໄປຢ້ຽມຢາມບໍລິສັດການພັດທະນາເຂດນິຄົມອຸດສາຫະກຳ Peng Sheng ຮ່ວມທຶນຈີນ-ອຸດສະເບກິດສະຖານ, ໂຄງການລົດໄຟຈີນ-ກຽກກິດສະຖານ ຂອງບໍລິສັດລົດໄຟແຫ່ງຊາດ ກຽກກິດສະຖານ.
ຄັ້ງນີ້ຖືເປັນຄັ້ງທຳອິດທີ່ ມພຕປ ໄດ້ສົ່ງຄະນະຜູ້ແທນໄປຢ້ຽມຢາມອຸດສະເບກິດສະຖານ ແລະ ກຽກກິດສະຖານ. ຄະນະຜູ້ແທນໄດ້ບັນລຸຄວາມເຫັນເປັນເອກະພາບຢ່າງກວ້າງຂວາງກ່ຽວກັບຫົວຂໍ້ຕ່າງໆ ກັບຄູ່ຮ່ວມມືຢູ່ 3 ປະເທດອາຊີກາງ ເຊັ່ນ: ການເພີ່ມທະວີວຽກງານການຮຽນການສອນພາສາທາງການຂອງປະເທດອາຊີກາງ ແລະ ການບຳລຸງສ້າງບຸກຄະລາກອນດ້ານວິຊາສະເພາະ, ການດຳເນີນການຄົ້ນຄວ້າວິທະຍາສາດຮ່ວມກັບມະຫາວິທະຍາໄລທີ່ມີຊື່ສຽງຂອງປະເທດອາຊີກາງ ດ້ານການຄົ້ນຄວ້າປະເທດ ແລະ ພາກພື້ນ ກໍຄື ການສຶກສາ ແລະ ການຮຽນການສອນ, ຮ່ວມກັນສ້າງບຸກຄະລາກອນດ້ານການແປພາສາຣັດເຊຍ-ຈີນ-ພາສາຂອງປະເທດອາຊີກາງ, ການດຶງດູດຄູອາຈານ ແລະ ນັກສຶກສາຂອງປະເທດອາຊີກາງມາຮຽນຢູ່ຈີນ ແລະ ຫົວຂໍ້ອື່ນໆ ພ້ອມທັງໄດ້ລົງນາມໃນສັນຍາການຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈທີ່ກ່ຽວຂ້ອງ.