ໜ້າຫຼັກ > ຂ່າວ > Content

ມພຕປ ແລະ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື

Updated: 2025-04-21

ວັນທີ 9 ເມສາ 2025, ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ແລະ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນຂອງອັງກິດໄດ້ຈັດຂຶ້ນຢູ່ສະຖາບັນອາຊີ-ອາຟຣິກາ ມະຫາວິທະ ຍາ ໄລລອນດອນ ໂດຍມີທ່ານ ມາຈຸ້ນ (Ma Jun), ຮອງເຈົ້າຄອງນະຄອນຫຼວງປັກກິ່ງໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກ ແລະ ກ່າວຄຳເຫັນ. ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ແລະ ທ່ານ ນາງ Laura Hammond, ຮອງອະທິການບໍດີ ສະຖາບັນອາຊີ-ອາຟຣິກາ ມະຫາວິທະຍາໄລລອນດອນ ໄດ້ຕາງໜ້າໃຫ້ສອງມະຫາວິທະຍາໄລລົງນາມໃນບົດບັນທຶກດັ່ງກ່າວ.