ວັນທີ 11 ເມສາ 2025, ທ່ານ Majintha Jayesinghe, ເອກອັກຄະລັດຖະທູດ ສີລັງກາ ປະຈຳ ຈີນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ໃຫ້ການຕ້ອນຮັບ. ສອງຝ່າຍໄດ້ພົບປະສົນທະນາກັນກ່ຽວກັບການເພີ່ມທະວີການແລກປ່ຽນຄູອາຈານ, ນັກສຶກສາ ແລະ ດ້ານວິຊາການລະຫວ່າງ ມພຕປ ກັບ ວົງການການສຶກສາຂອງປະເທດສີລັງກາ.
