ວັນທີ 13 ເມສາ 2025, ທ່ານ John Busuttil, ເອກອັກຄະລັດຖະທູດ ມານຕາ ປະຈຳ ຈີນ ແລະ ທ່ານ Alfred J. Vella, ອະທິການບໍດີມະຫາວິທະຍາໄລມານຕາ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ, ຮອງເລຂາຄະນະພັກ ມພຕປ ແລະ ທ່ານ ຫຼິວ ຊິນລູ້ (Liu Xinlu), ຄະນະປະຈຳພັກ, ຮອງອະທິການບໍດີ ໃຫ້ການຕ້ອນຮັບ. ສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການລົງເລິກການຮ່ວມມື. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມຫ້ອງຮຽນພາສາມານຕາ ແລະ ແລກປ່ຽນຄຳຄິດເຫັນກັບນັກສຶກສາ ມພຕປ ທີ່ຮຽນພາສາມານຕາເປັນພາສາທີສາມ.
