ໜ້າຫຼັກ > ຂ່າວ > Content

ທ່ານ Per Augustsson, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຈີນ ມາຢ້ຽມຢາມ ມພຕປ

Updated: 2025-04-21

ວັນທີ 16 ເມສາ 2025, ທ່ານ Per Augustsson, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຈີນ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໃຫ້ການຕ້ອນຮັບ. ສອງຝ່າຍໄດ້ພົບປະສົນທະນາກັນກ່ຽວກັບການລົງເລິກການຮ່ວມມືລະຫວ່າງ ມພຕປ ກັບ ທຸກວົງການຂອງປະເທດຊູແອັດ, ຊຸກຍູ້ການແລກປ່ຽນຄູອາຈານ ແລະ ນັກສຶກສາ ກໍຄື ການຮ່ວມມືດຳເນີນການຄົ້ນຄວ້າ. ກ່ອນການພົບປະ, ທ່ານ Per Augustsson ໄດ້ໄປຢ້ຽມຢາມສະຖາບັນພາສາ ແລະ ວັນນະຄະດີທະວີບເອີຣົບ ແລະ ດຳເນີນການແລກປ່ຽນຢ່າງເລິກເຊິ່ງກັບຄູອາຈານ ແລະ ນັກສຶກສາຂອງພາກວິຊາພາສາຊູແອັດ.