ໜ້າຫຼັກ > ຂ່າວ > Content

ທ່ານ Paulo Rangel, ລັດຖະມົນຕີລັດຖະກິດ ແລະ ລັດຖະມົນຕີຕ່າງປະເທດ ປອກຕຸຍການໄດ້ມາຢ້ຽມຢາມ ມພຕປ

Updated: 2025-04-04

ວັນທີ 25 ມີນາ 2025, ທ່ານ Paulo Rangel, ລັດຖະມົນຕີລັດຖະກິດ ແລະ ລັດຖະມົນຕີຕ່າງປະເທດ ປອກຕຸຍການ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ ກັບ ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ໃຫ້ການຕ້ອນຮັບ. ຈາກນັ້ນ, ທ່ານ Paulo Rangel ໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້ “ພາສາ ແລະ ວັດທະນະທໍາປອກຕຸຍການ” ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນກັບບັນດາຄູອາຈານ ແລະ ນັກສຶກສາທີ່ມາຮັບຟັງການປາຖະກະຖາຄັ້ງນີ້.