ໜ້າຫຼັກ > ຂ່າວ > Content

ທ່ານ ວັງຕິ້ງຮົວ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມໂອຕຣິດ, ສະວິດ ແລະ ປອກຕຸຍການ

Updated: 2025-04-04

ລະຫວ່າງວັນທີ 20 ຫາ 29 ມີນາ 2025, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມໂອຕຣິດ, ສະວິດ ແລະ ປອກຕຸຍການ ໂດຍໄດ້ໄປຢ້ຽມຢາມສູນຄົ້ນຄວ້າ Jellinek ໂອຕຣິດ; ມະຫາວິທະຍາໄລວຽນ, ສະຖາບັນຂົງຈື ມະຫາວິທະຍາໄລວຽນ; ສະຖາບັນຊັ້ນສູງການພົວພັນສາກົນ ແລະ ການພັດທະນາ ທີ່ນະຄອນເຊີແນວ ຂອງສະວິສ; ມະຫາວິທະຍາໄລ Porto, ມະຫາວິທະຍາໄລ Coimbra ແລະ ມະຫາວິທະຍາໄລ Lisboa ຂອງປອກຕຸຍການ; ສຳນັກງານອົງການສະຫະປະຊາຊາດປະຈຳນະຄອນຫຼວງວຽນ ແລະ ປະຈຳນະຄອນເຊີແນວ; ອົງການແຮງງານສາກົນ, ຄະນະກຳມະການ ອົງການກາແດງສາກົນ, ອົງການຊັບສິນທາງປັນຍາໂລກ, ສະຫະພັນໂທລະຄົມສາກົນ, ກອງປະຊຸມເປິກສາຫາລືເສດຖະກິດໂລກ, ມູນນິທິ HIS, ພ້ອມທັງໄດ້ໄປຢ້ຽມຢາມສະຖານທູດ ຈີນ ປະຈຳ ໂອຕຣິດ, ຄະນະຜູ້ແທນຂອງຈີນປະຈຳອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆຢູ່ນະຄອນຫຼວງວຽນ, ສະຖານທູດຈີນປະຈຳປອກຕຸຍການ ແລະອື່ນໆ. ນອກຈາກນີ້, ຍັງໄດ້ຈັດກອງປະຊຸມສົນທະນາລະຫວ່າງອະດີດນັກສຶກສາ ມພຕປ ທີ່ເຮັດວຽກຢູ່ສະວິດ ກໍຄື ຜູ້ເຮັດວຽກຢູ່ອົງການຈັດຕັ້ງສາກົນ, ໄດ້ໄປຢ້ຽມຢາມບໍລິສັດການກໍ່ສ້າງຄົມມະນາຄົມຈີນ ສາຂາປອກຕຸຍການ ແລະ ໄດ້ເປີດປ້າຍຖານຝຶກງານ ແລະ ທັດສະນະສຶກສາຢູ່ຕ່າງປະເທດປະຈຳປອກຕຸຍການ ສຳລັບນັກສຶກສາ ມພຕປ.