ໜ້າຫຼັກ > ຂ່າວ > Content

ມພຕປ ນໍາສະເໜີຖານລະບົບບໍລິການພາສາທົ່ວໂລກຢ່າງເປັນທາງການ

Updated: 2025-04-04

ວັນທີ 22 ມີນາ 2025, ກອງປະຊຸມເປິກສາຫາລືກ່ຽວກັບການປະຕິຮູບ ແລະ ການພັດທະນາການສຶກສາພາສາຕ່າງປະເທດຢູ່ມະຫາວິທະຍາໄລ ຄັ້ງທີ 9 ຈັດຂຶ້ນຢູ່ນະຄອນ ຫຼວງປັກກິ່ງ. ໃນໄລຍະດຳເນີນກອງປະຊຸມ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໄດ້ນຳສະເໜີຖານລະບົບບໍລິການພາສາທົ່ວໂລກ (ລວມທັງພາສາທີ່ບໍ່ໄດ້ນຳໃຊ້ທົ່ວໄປຢູ່ໃນໂລກ) ຢ່າງເປັນທາງການ. ເວທີດັ່ງກ່າວໄດ້ຖືເອົາການຮ່ວມກັນສ້າງ, ຮ່ວມກັນຄົງຕົວ ແລະ ຮ່ວມກັນຊົມໃຊ້ ເປັນຫຼັກການ ໂດຍປະກອບມີ 3 ເວທີຍ່ອຍ ຄື: ເວທີບໍລິການພາສາ, ເວທີການສຶກສາດ້ານພາສາ, ເວທີການຄົ້ນຄວ້າ ແລະ ປົກປັກຮັກສາພາສາ.