ວັນທິ 13 ມີນາ 2025, ທ່ານ Paulo Jorge Nascimento, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປອກຕຸຍການ ປະຈຳ ຈີນ ໄດ້ຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຫຼື ມພຕປ ໂດຍມີທ່ານ ເຈເວີນຈ້ຽນ (Jia Wenjian), ອະທິການບໍດີ ທັງເປັນຮອງເລຂາຄະນະພັກ ມພຕປ ໃຫ້ການຕ້ອນຮັບ ທ່ານ Paulo Jorge Nascimento ພ້ອມດ້ວຍຄະນະ. ສອງຝ່າຍໄດ້ພົບປະສົນທະນາກັນກ່ຽວກັບການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ລົງເລິກການຮ່ວມມືອີກບາດກ້າວໜຶ່ງ.
